• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດບັງກຼາເທດ

      ຕອນບ່າຍວັນທີ 21/7, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Shirin Sharmin Chaudhury, ປະທານສະພາແຫ່ງຊາດ ບັງກຼາເທດ

(ທ່ານປະທານປະເທດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດບັງກຼາເທດ)
      ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີສອງຝ່າຍສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະ ພົບປະຂັ້ນສູງ, ຊຸກຍູ້ການຜັນຂະຫຍາຍການຈັດຕັ້ງກອງປະຊຸມຄະນະກຳມະການປະສົມຄັ້ງທີ 3 ແລະ ທາບທາມດ້ານການເມືອງຄັ້ງທຳອິດໂດຍໄວ, ເພື່ອແນໃສ່ກວດກາ ແລະ ສະເໜີທິດທາງ, ມາດຕະການຊຸກຍູ້ການຮ່ວມມືໃຫ້ແຕ່ລະຂົງເຂດຢ່າງລະອຽດ. ເພື່ອຍົກສູງວົງເງິນການຄ້າສອງຝ່າຍ, ສູ້ຊົນເພື່ອບັນລຸຄາດໝາຍ 1 ຕື້ໂດລາສະຫະລັດ ຕາມຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ, ທ່ານປະທານສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກນຳເຂົ້າສິນຄ້າລະຫວ່າງສອງປະເທດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດເຊິ່ງທັງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງ. ທ່ານປະທານສະເໜີສອງຝ່າຍສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ.
        ສ່ວນທ່ານນາງປະທານສະພາແຫ່ງຊາດ ບັງກຼາເທດ Shirin Sharmin Chaudhury ກໍ່ສະແດງຄວາມປາຖະໜາວ່າການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດນັບມື້ນັບໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດທີ່ແຕກຕ່າງກັນຄື: ສິນຄ້າເອເລກໂຕນິກ, ສິນຄ້າໃຊ້ສອຍ ແລະ ຜະລິດຕະພັນກະເສດ, ຍູ້ແຮງການຮ່ວມມືຮັບປະກັນຄວາມປອດໄພດ້ານທັນຍາຫານ, ພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
(ແຫຼ່ງຄັດຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top