• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫວຽດນາມຕ້ອນຮັບປະທານສະພາຕຳ່ຍີ່ປຸ່ນ

      ຕອນບ່າຍວັນທີ 5/5, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ຍດ້າຍກວາງ ໄດ້ໃຫ້ການຕ້ອນຮັບ ປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.
ທ່ານປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ແລະ ທ່ານປະທານປະເທດ ເຈິ່ນດ້າຍກວາງ  
      ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງກັບ ຍີ່ປຸ່ນ, ຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາວນານຂອງ ຫວຽດນາມ. ທ່ານປະທານສະເໜີວ່າ, ໃນໄລຍະຈະມາເຖິງ, ທ່ານປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ແລະ ສະພາຕຳ່ຍີ່ປຸ່ນ ຈະສະໜັບສະໜູນລັດຖະບານ ຍີ່ປຸ່ນ ສືບຕໍ່ສະຫງວນການໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ໃຫ້ແກ່ ຫວຽດນາມ, ພິເສດແມ່ນເມື່ອສອງປະເທດພວມຜັນຂະຫຍາຍການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດດ້ວຍຫຼາຍໂຄງການເສດຖະກິດຂະໜາດໃຫຍ່.
        ສ່ວນທ່ານປະທານສະພາຕຳ່ ຍີ່ປຸ່ນ Oshima Tadamori ກໍ່ຢືນຢັນວ່າ, ພາຍຫຼັງກັບເມືອປະເທດ, ທ່ານຈະແນະນຳບັນດາຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ເຖິງບັນດາວິສາຫະກິດ ຍີ່ປຸ່ນ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສ້າງເງື່ອນໄຂກ່ຽວກັບລະບຽບການນິຕິກຳ ແລະ ສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກສະບາຍ ເພື່ອໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ປະລິມານສິນຄ້າຂົນສົ່ງຜ່ານທາງລົດໄຟ ຈີນ - ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

ສາຍໄຟຂົນສົ່ງສິນຄ້າລະຫວ່າງ ຈີນ - ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈດ້ານເວລາ ແລະ ຄ່າໃຊ້ຈ່າຍເໝາະສົມກັບຄວາມຕ້ອງການສົ່ງອອກສິນຄ້າຂາຍຍ່ອຍໄປຕະຫຼາດ ອາຊຽນ.

Top