• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ເຮັດວຽກກັບອົງການກວດສອບແຫ່ງລັດ


ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເຮັດ​ວຽກ​ກັບ​ອົງ​ການກວດ​ສອບ​ແຫ່ງ​ລັດ​
(ພາບ: ວຽດ​ເກືອງ/VOV)
 
       ທີ່​ການ​ເຮັດ​ວຽກ​ກັບ​ອົງ​ການກວດ​ສອບ​ແຫ່ງ​ລັດ​ໃນ​ວັນ​ທີ 13/4, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ເນັ້ນ​ໜັກ​ວ່​າ: ອົງ​ການກວດ​ສອບ​ແຫ່ງ​ລັດ​ແມ່ນ​ເຄື່ອງ​ມ​ື​ສຳ​ຄັນ​ເພື່ອ​ພົບ​ເຫັນ​ປະ​ກົດ​ການຫຍໍ້​ທໍ້, ​ການ​ສໍ້​ລາດ​ບັງຫຼວງ, ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ເງິນ, ​ການນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ລັດ​ແມ່ນ​ມີ​ປະ​ສິດ​ທິ​ຜົນ​ຕ່ຳ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ອົງ​ການກວດ​ສອບ​ແຫ່ງ​ລັດ ເປັນ​ເຈົ້າ​ການ​ສ​ະ​ເໜີ​ແນະ​ກັບ​ບັນ​ດາ​ອົງ​ການ​ມີ​ສິ​ດ​ອຳ​ນາດ​ສະ​ກັດ​ກັ້ນ, ປ້ອງ​ກັນ ແລະ ແກ້​ໄຂ​ການ​ກະ​ທຳ​ລະ​ເມີດ; ພ້ອມ​ທັງ, ເປັນ​ເຈົ້າ​ການ​ກວດ​ສອບ​ບັນ​ຊີ​ບັນ​ດາ​ຂະ​ແໜງ, ອາ​ຊີບ, ຂົງ​ເຂດ​​ທີ່ເກີດ​ການ​ສໍ້​ລາດ​ບັງຫຼວງ​​ໄດ້ງ່າຍ​ຄື: ທີ່​ດິນ, ຊັບ​ພະ​ຍາ​ກອນ, ໂລ​ຫະ, ສິ່ງ​ແວດ​ລ້ອມ ແລະ ບັນ​ດາ​ໂຄງ​ການ​ລົງ​ທຶນກໍ່​ສ້າງ. ທ່ານ​ປະ​ທານ​ປະ​ເທດ ຮຽກ​ຮ້ອງ​ການ​ເຄື່ອນ​ໄຫວ​ຂອ​ງອ​ົງ​ການກວດ​ສອບ​ແຫ່ງ​ລັດ​ຍາມ​ໃດ​ກໍ່​​ຕ້ອງຕິດ​​ແທ​ດ ແລະ ຮັບ​ໃຊ້​ວິ​ວັດ​ການ​ຄຸ້ມ​ຄອງ, ​ການບໍ​ລິ​ຫານ​ຂອງ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ຂອງ​ລັດ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ພະ​ນັກ​ງານ, ອົງ​ການ​ສູນ​ກາງ, ຄະ​ນະ​ພັກ ແລະ ອຳ​ນາ​ດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ການ​ເຄ​ື່ອນ​ໄຫວກວດ​ສອບ​ບັນ​ຊີ, ປະ​ກອບ​ສ່ວນ​ຕັ້ງ​ໜ້າ, ແທ​ດ​ຈິງ​ເຂົ້າ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່, ສ້າງ​ສາ​ປະ​ເທດ​ຊາດ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top