• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດພົບປະສັງສັນກັບຄະນະຕິດຕໍ່ສື່ສານອະດີດນັກຊ່ຽວຊານຫວຽດນາມຊ່ວຍເຫຼືອການປະຕິວັດກຳປູເຈຍ


ປະທານປະເທດພົບປະສັງສັນກັບຄະນະຕິດຕໍ່ສື່ສານອະດີດນັກຊ່ຽວຊານຫວຽດນາມຊ່ວຍເຫຼືອການປະຕິວັດກຳປູເຈຍ
 
      ​​​​ທີ່​ການ​ພົບ​ປະສັງ​ສັນກັບ​ຄະ​ນະ​ຕິດ​ຕໍ່​​ສື່​ສານ​ອະ​ດີດ​ນັກ​ຊ່ຽວ​ຊານ​ ຫວຽດ​ນາມ​ ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດ​ ກຳ​ປູ​ເຈຍ ໃນ​ຕອນ​ເຊົ້າ​ວັນ​ທີ 14/12, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 38 ປີ​ແຫ່ງວັນ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ຊ່ວຍ​ປະ​ຊາ​ຊົນ ກຳ​ປູ​ເຈຍ ທຳ​ລ​າຍ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ (07/1/1979 – 07/01/2017). ກຳ​ລັງ​ປະ​ຕິ​ວັດ ກຳ​ປູ​ເຈຍ ໂດຍ​ແນ​ວ​ໂຮມ​ສາ​ມັກ​ຄີ​ກູ້​ຊາດ ກຳ​ປູ​ເຈຍ ນຳ​ໜ້າ​ທີ່​ສົມ​ທົບ, ພ້ອມ​ກັນ​ສູ້​ຮົບ​ຢ່າງ​ແໜ້ນ​ແຟ້ນ​ກັບ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ທຳ​ລາຍ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາ​ດ Pol Pot – Leng sary ​ທີ່​ໂຫດ​ຮ້າຍ​ສາ​ມານ, ປິດ​ປະ​ຫວັດ​ສາດ​ມືດ​ມົວ, ນຳ​ປະ​ເທດ ອັງ​ກໍ ຫລຸດ​​ພົ້ນ​ອອກ​ຈາກ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ, ເປີດ​ສັງ​ກະ​ລາດ​ໃຫມ່ ແລະ ພັດ​ທະ​ນາ​ປະ​ເທດ​ກຳ​ປູ​ເຈຍ ແຕ່​ວັນ​ທີ 7/6/1979. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ ແລະ ຜົນ​ງານ​ອັນ​ໃຫຍ່ຫຼວງ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ຊ່ວຍ​ການ​ປະ​ຕິ​ວັດ ກຳ​ປູ​ເຈຍ:
        “ບັນ​ດາ​ການ​ເສຍ​ສະ​ຫຼະ​ຂອງ​ອະ​ດີດ​ນັກ​ຊ່ຽວ​ຊານ​ຂອງ​ພວກ​ເຮົາ​ແມ່ນ​ເປັນ​ໜ້າ​ເຄົາ​ລົບ​ທີ່​ສຸດ. ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ, ບັນ​ດາ​ນັກ​ຊ່ຽວ​ຊາ​ນ ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທຸກ​ຢ່າງ, ຮຽງ​ບ່າ​ຮຽງ​ໄຫລ່​ຊ່ວຍ​ການ​ປະ​ຕິ​ວັດ ກຳ​ປູ​ເຈຍ ໃນ​ພາ​ລະ​ກິດ​ສ້າງ​ສາ, ປົກ​ປັກ​ຮັກ​ສາ, ຟື້ນ​ຟູ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ຜົນ​ງານທີ່​ພິ​ລະ​ອາດ​ຫານ, ຜົນ​ງານ​ດີ​ເດັ່ນ, ການ​ປະ​ກອບ​ສ່ວນ ແລະ ການ​ເສຍ​ສະຫຼະ​ອັນ​ໃຫຍ່ຫຼວງ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽ​ວ​ຊານ ຫວຽດ​ນາມ ສຳ​ລັບ​ການ​ປະ​ຕິ​ວັດ ກຳ​ປູ​ເຈຍ ໄດ້​ຮັບ​ການ​ເຄົາ​ລົບ, ​ຮັບ​ຮູ້ ແລະ ຕ​ີ​ລາ​ຄາ​ສູງ​ຈາກ​ລັດ ແລະ ປະ​ຊາ​ຊົນ ກຳ​ປູ​ເຈຍ ກໍ່​ຄື​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ.”
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top