• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດcເຈືອງເຕີນຊາງcພົບປະກັບພະນັກງານຊາວໜຸ່ມ,ສະມາຊິກຊາວໜຸ່ມດີເດັ່ນ


ທ່ານປະທານປະເທດເຈືອງເຕີນຊາງ ພົບປະກັບ
ພະນັກງານຊາວໜຸ່ມ,ສະມາຊິກຊາວໜຸ່ມດີເດັ່ນ
(ພາບ​: TTXVN)
      ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 85 ປິ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ (26/03/1931 – 26/03/2016), ຕອນ​ເຊົ້າ​ວັນ​ທີ 25/03, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີ​ນ​ຊາງ ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ພະ​ນັກ​ງານ​ຊາວ​ໜຸ່ມ, ສະ​ມາ​ຊິກ​ຊາວ​ໜຸ່ມ​ດີ​ເດັ່ນ​​ທີ່​ໄດ້ຮັບ​ລາງວັນ ລິ໋​ຕື້​ຈ້ອງ ປີ 2016. ກ່າວ​ຄຳ​ເຫັນ​ທີ​ການ​ພົບ​ປະ, ​ທ່ານ​ປະ​ທານ​ປະ​ເທດ​ໄດ້ອວຍ​ພອ​ນ ແລະ ຕີ​ລາ​ຄາ​ສູງ​​ໝາກຜົນ​ ໃນ​ການ​ສູ້​ຊົນ​ຂອງ​ພະ​ນັກ​ງານ​ຊາວ​ໜຸ່ມ, ສະ​ມາ​ຊິກ​ຊາວ​ໜຸ່ມ​ດີ​ເດັ່ນ 85 ຄົນ. ທ່ານ​ປະ​ທານ​ປະ​ເທດປາດ​ຖະ​ໜາ​ວ່າ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ລາງວັນ ລິ໋​ຕື້​ຈ້ອງ ຄັ້ງ​ນີ້ ຕ້ອງ​ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ, ນ້ຳ​ໃຈ​ກະ​ຕື້​ລື້​ລົ້ນ​ຂອງ​ໄວ​ໜຸ່ມ, ເຜີຍ​ແຜ່​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ງານ, ການ​ເຄື່ອນ​ໄຫວ, ຮ່ຳ​ຮຽນ ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ແຂ່ງ​ຂັນຂອງຊາວໜູ່ມເຍົາວະຊົນອະນຸຊົນໃນ​ທົ່ວ​ປະ​ເທດ​ຢ່າງ​ແຮງ.
        ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ປາດ​ຖະ​ໜາ​ວ່າ, ​ຊາວໜຸ່ມ​ຫວຽດ​ນາມ ​ລຸ່ນ​ຕ່າງໆ ຕ້ອງ​ເປັນ​ເຈົ້າ​ການກວ່າ ໃນ​ແນວ​ຄວາມ​ຄິດ, ສ້າງ​ອາ​ຊີບ ຕິດ​ພັນ​ກັບ​ເງື່ອນ​ໄຂ​ຕົວ​ຈິງ, ຜ່ານນັ້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ​ໃຫ້ຫຼາຍກວ່າ​ອີກ.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top