• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດພະນັກງານ,ກຳມະກອນນ້ຳມັນອາຍແກັດຢູ່ບໍ່ນ້ຳມັນແບກໂຮ

(ປະທານປະເທດເຈືອງເຕີນຊາງອວຍພອນບຸນເຕັດພະນັກງານ,
ກຳມະກອນນ້ຳມັນອາຍແກັດຢູ່ບໍ່ນ້ຳມັນແບກໂຮ)
          ຕອນ​ເຊົ້າ​ວັນ​ທີ 09/02 (ວັນ​ທີ 2 ບຸນ​ເຕັດ), ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ພ້ອມ​ກັບ​ການ​ນຳ​ບັນ​ດາ​ກະ​ຊວ​ງ, ຂະ​ແໜງ​ການ ລົງ​ຢ້ຽ​ມ​ຢາມ ແລະ ອວຍ​ພອນ​​ບຸນ​ເຕັດ​ບັນ​ດາ​ພະ​ນັກ​ງານ, ກຳ​ມະ​ກອນ ພວມ​ເຮັດ​ວຽກ​ຢູ່​ກຸ່ມ​ຮ້ານ​ເຈາະ​ນ້ຳ​ມັນ​ເຕັກ​ໂນ​ໂລ​ຊີ​ສູງ ​ເລກ 2, ​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ Vietsovpetro. ຢູ່​ທີ່ນ​ີ້, ທ່ານ​ປະ​ທານ​ປະ​ເທດ ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງ​ຂະ​ແໜງ​ນຳ​້​ມັນ​ອາຍ​​ແກັດ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ປະ​ທານ​ປະ​ເທດ ໄດ້​ແບ່ງ​ປັນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຂະ​ແໜງ​ນຳ​້​ມັນ​ອາຍ​ແກັດ, ເມື່ອ​ປະ​ຈຸ​ບັນ​ລາ​ຄາ​ນຳມັນ​ໃນ​ໂລກ​ພວມ​ຫ​ຼຸດ​ລົງ.
      “ບົດ​ຮຽນ​ໃນ​ໂລກ​ໄດ້​ຊ​ີ້​ໃຫ້​ເຫັນ​ວ່າ, ບັນ​ດາ​ປະ​ເທດ​ລ້ວ​ນ​ແຕ່​ມີ​ກອງ​ທຶນ​ໜູນ​ຊ່ວຍ​ລາ​ຄາ​ເປັນ​ປົກ​ກະ​ຕິ. ຕ້ອງ​ມີ​ກົນ​ໄກ​ເຄື່ອນ​ໄຫວ, ກອງ​ທຶນ​ໜູ​ນ​ຊ່ວຍ ເພື່ອ​ຄິດ​ໄລ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ແກ້​ໄຂ​ການ​ດຳ​ລົງ​ຊີ​ວິດ​ໃຫ້​​ພະ​ນັກ​ງານ, ກຳ​ມະ​ກອນ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ບໍ​ລິ​ສັດ​ຮ່ວມ​ທ​ຸ​ລະ​ກິດ Vietsovpetro ເອົາ​ໃຈ​ໃສ່​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ ໃຫ້​ພັດ​ທະ​ນາຕະ​ຫຼອດ​ໄປ.”
  (​ແຫຼ່ງຄັດ​ຈາກ VOV)
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top