• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມມິດຕະພາບສ.ເກົາຫຼີ


ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ

      ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສ.​ເກົາຫຼີ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ນຳ​ໜ້າທີ່​ພວມ​ຢ້ຽມຢາມ​ມິດຕະພາບ ສ.​ເກົາຫຼີ ​ໃນ​ລະຫວ່າງ​ວັນ​ທີ 16/08 – 20/08. ຄາ​ດວ່າ ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ.​ເກົາຫຼີ ຄັ້ງ​ນີ້, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນທ້ຽນ​ເຍີນ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ສ.​ເກົາຫຼີ Hwang Kyo-ahn ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.​ເກົາຫຼີ Chung Sye-kyun ຕາມ​ພິທີການ​ທູດ; ​ເປັນ​ປະທານ​ກອງ​ປະຊຸມ​ສຳ​ມະ​ນາ: “ຜົນ​ງານພາຍຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ ຫວຽດນາມ”; ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ສ.​ເກົາຫຼີ; ຊອກ​ຮູ້​ບາງ​ບົດຮຽນ ​ແລະ ຮຸບ​​ແບບ​ທີ່​ດີ​ຢູ່ ສ.​ເກົາຫຼີ​ ຄື: ປະຊາຊົນ​ເຂົ້າ​ຮ່ວມການ​ຄຸ້ມ​ຄອງດ້ວຍ​ຕົນ​ເອງ​ຢູ່ຂັ້ນຮາກ​ຖານ, ສະຫະກອນທີ່​ກ້າວໜ້າ, ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ ​ແລະ ສຳ​ຫລວດ​ກ່ຽວ​ກັບ​ໂຄງການ​ພັດທະນາ​ຖະໜົນ​ສະຫລາດ​ສະຫຼຽວ​ຂອງ Korea Telecom.   
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top