• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມ ແລະ ອວຍພອນບຸນເຕັດອະດີດການນຳພັດ, ລັດ


(ທ່ານ​ ຫງວຽນ​ທ້ຽນ​ເຍີນ ​ແລະ ​ອະດີດ​ເລຂາທິການ​ໃຫຍ່​
ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​​ເລຂາ​ຟຽວ)

      ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ຕອນ​ບ່າຍ​ວັນ​ທີ 01/02, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ບຸນ​ເຕັດ​ອະດີດ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໂດ​ເມືອ​ຍ ​ແລະ ທ່ານ​ເລຂາ​ຟຽວ. ຢ້ຽມຢາມ ​ແລ​ະ ອວຍພອນ​ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມືອ​ຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຂອບ​ອົກຂອບ​ໃຈ​ອະດີດ​ເລຂາທິການ​ໃຫຍ່ ​ໄດ້ສະຫງວນ​ຊີວິດ​, ພາລະກິດ ​ແລະ ສະຕິ​ປັນຍາຂອງ​ຕົນ​​ເພື່ອປະກອບ​ໃຫ້​ພັກ, ຮັບ​ໃຊ້​ປະ​ເທດຊາດ, ປະຊາຊົນ. ​ເນື່ອງ​ໃນ​ໂອກາດ​ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມືອ​ຍ ມີອາຍຸ​ 100 ປີ​ເຕັມ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ເຖິງ​ອະດີດ​ເລຂາທິການ​ໃຫຍ່ ​ແລະ ປາດ​ຖະໜາວ່າ ​ອະດີດ​ເລຂາທິການ​ໃຫຍ່ຈະ​ມີ​ສຸຂະພາບ​ແຂງ​ແຮງ, ​ເປັນ​ບ່ອນ​ອີງ​ໃຫ້ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາອົງການ​ຈັດ​ຕັ້ງ​ມະຫາຊົນລຸ້ນຕ່າງໆ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ.
        ​ເມື່ອມາຢ້ຽມຢາມ ​ແລະ ອວຍພອນ​ອະດີ​ດ​ເລຂາທິການ​ໃຫຍ່ ​ເລຂາ​ຟຽວ, ທ່ານ ຫງວຽນທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ອະດີດ​ເລຂາ​ທິການ​ໃຫຍ່ ຈະສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ວຽກ​ງານ​ແນວ​ໂຮມ, ​ເພື່ອ​​ໃຫ້ແນວ​ໂຮມ​ປະ​ເທດ​ຊາດ​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃຫ້​ດີ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ພັດທະນາ, ກ້າວ​ຂຶ້ນ​ຕາມ​ທິດ​ໝັ້ນ​ຄົງ​ເຂັ້ມ​ແຂງ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top