ຕະຫຼາດນັບອີຕີ ໄດ້ຈັດຂຶ້ນໃນທຸກໆ ເຊົ້າວັນເສົາ, ເປັນບ່ອນ ເຕົ້າໂຮມ, ແລກປ່ຽນ, ຊື້ ຂາຍສິນຄ້າຂອງ ປະຊາຊົນບັນດາເຜົ່າ ຮ່າຍີ່, ຢາວແດງ, ໄຣ ແລະ ມົ້ງ ຢູ່ເມືອງ ບາດຊາດ, ແຂວງ ລາວ ກາຍ.
ຕະຫຼາດນັດ ອີຕີ ໄດ້ຈັດຕັ້ງຢູ່ໃຈກາງຕາແສງ ອີຕີ. ຕະຫຼາດນັດແຫ່ງນີ້ ບໍ່ພຽງແຕ່ເປັນບ່ອນແລກປ່ຽນ, ຊື້ຂາຍສິນຄ້າເທົ່ານັ້ນ, ຫາກຍັງເປັນບ່ອນພົບປະ, ນັດພົບຂອງຜູ້ບ່າວ, ຜູ້ສາວຕາມໝູ່ບ້ານຕ່າງໆ ຢູ່ທີ່ນີ້ ອີກດ້ວຍ.