• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມສາກົນໜູນຊ່ວຍ ອິນໂດເນເຊຍ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພພິບັດທຳມະຊາດ

      ວັນທີ 30 ກັນຍາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ຖະແຫຼງວ່າ ປະເທດນີ້ ຈະຊ່ວຍເຫຼືອ ມະນຸດສະທຳເປັນຈຳນວນເງິນ 1 ລ້ານ USD ໃຫ້ ອິນໂດເນເຊຍ, ປະເທດທີ່ຫາກໍ່ຖືກໄພພິບັດທຳມະຊາດແຜ່ນດິນໄຫວ ແລະ ຄື້ນຟອງຍັກ. 

(ພາບປະກອບ AFP/TTXVN) 
      ຈຳນວນເງິນດັ່ງກ່າວ ຈະໄດ້ນຳໃຊ້ເພື່ອຊ່ວຍເຫຼືອຜູ້ຖືກປະສົບເຄາະຮ້າຍຈາກໄພພິບັດທຳມະຊາດ ແລະ ໜູນຊ່ວຍວຽກງານບູລະນະສ້າງສາສິ່ງທີ່ເກີດຄວາມເສຍຫາຍຄືນໃໝ່. ໃນຈົດໝາຍສົ່ງເຖິງຄູ່ຕຳແໜ່ງ ອິນໂດເນເຊຍ Joko Widodo, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງປະຊາຊົນ ອິນໂດເນເຊຍ, ພ້ອມທັງສະແດງຄວາມຫວັງວ່າ ວຽກງານຊອກຫາກູ້ໄພກູ້ຊີບຈະປະສົບຜົນສຳເລັດ.
       ວັນທີ 30 ກັນຍາ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ກໍ່ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນຳ ອິນໂດເນເຊຍ Joko Widodo ກ່ຽວກັບເຫດເສຍຊີວິດ ແລະ ຮັບບາດເຈັບຂອງປະຊາຊົນຢ່າງຫລວງຫລາຍ ພາຍຫລັງເກີດເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກຢູ່ແຂວງ Trung Sulawesi, ພ້ອມທັງແບ່ງປັນຄວາມສູນເສຍ ຊຶ່ງປະຊາຊົນປະເທດນີ້ປະສົບ. ທ່ານ ສີຈິ້ນຜິງ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະໜູນຊ່ວຍ ເພື່ອຕອບສະໜອງບັນດາຄວາມຕ້ອງການຂອງຝ່າຍ ອິນໂດເນເຊຍ.
       ອົງການຄຸ້ມຄອງໄພພິບັດແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ, ຄື້ນຟອງຍັກໄດ້ເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 832 ຄົນ, ຄວາມເສຍຫາຍດ້ານເສດຖະກິດແມ່ນໜັກໜ່ວງທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top