ໃນຊຸມມື້ນີ້, ຊາວຫວຽດນາມທີ່ພວມອາໄສຢູ່ທົ່ວປະເທດອາເມລິກາ ຕ່າງກໍພວມຫ້າງຫາກະກຽມຕ້ອນຮັບບຸນປີໃໝ່, ປີຈໍ.

ປີໃດກໍເຊັ່ນດຽວກັນ, ນາງ ຟຸ່ງທິຕວຽດ ຕ່າງກໍເຮັດອະນາໄມ, ປະດັບປະດາແທນບູຊາບັນພະບູລຸດ ແລະ ກະກຽມພາເຂົ້າເພື່ອໄຫວ້ບູຊາບັນພະບູລຸດ, ປູຍ່າຕາຍາຍ. ນາງ ຟຸ່ງທິຕວຽດ ເວົ້າຄວາມໃນໃຈສູ່ຟັງວ່າ :
“ ການກະກຽມ, ເຮັດອະນາໄມ, ປະດັບປະດາແທນບູຊາເພື່ອຕ້ອນຮັບບຸນເຕັດນັ້ນ, ທີ 1 ແມ່ນເພື່ອສຶກສາໃຫ້ລູກຫຼານຕ້ອງຮູ້ບຸນຄຸນຕໍ່ບັນພະບູລຸດ, ທັງເປັນການບູຊາ ພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກ, ມີຄວາມໂຊກດີເມື່ອກ້າວເຂົ້າສູ່ປີໃໝ່. ເຮົາຈະຊື້ໄກ່, ຕົ້ມແກງໜໍ່ໄມ້, ແກງເສັ້ນລ້ອນໜໍ່ໄມ້, ແລະ ແຕ່ງພາເຂົ້າເພື່ອບູຊາໃນຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ”ເນື່ອງໃນໂອກາດບຸນເຕັດປີຈໍ 2018, ສະຖານທູດຫວຽດນາມປະຈຳ ຕານຊາເນັຍ ຫາກໍຈັດງານພົບປະສັງສັນລະດູບານໃໝ່ປີຈໍ 2018 ໂດຍມີການເຂົ້າຮ່ວມຂອງບັນດາພະນັກງານສະຖານທູດ, ບັນດາວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມອາໄສຢູ່ ຕານຊາເນຍ.
(ແຫຼ່ງຄັດຈາກ VOV)