• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມຢູ່ມົງໂກນຕ້ອນຮັບບຸນປີໃໝ່ປີລະກາ2017

ພາບ​ປະ​ກອບ
          ວັນ​ທີ 25/1, ສະ​ຖານ​ທ​ູ​ດ ຫວຽດ​ນາມ ປະ​ຈຳ ມົງ​ໂກນ ໄດ້​ຈັດ​ຕັ້ງ​ບຸນ​ປີ​ໃໝ່​ວົງ​ຄະ​ນະ​ຍາດ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປີ​ລະ​ກາ 2017. ທ່ານ ຟານ​ດັງ​ເ​ດືອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ມົງ​ໂກນ ໃຫ້​ຮູ້​ວ່າ: ໃນ​ປີ​ຜ່ານ​ມາ, ມີ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຫຼາຍ​ຄະ​ນະ​ໄດ້​ໄປ​ຢ້ຽມ​ຢາມ​ມົງ​ໂກນ, ພິ​ເສດ​ແມ່ນ​ຄະ​ນະ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ພັນ​ລະ​ຍາ ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ  ASEM – 11 ແລະ ຢ້ຽມ​ຢາມ ມົງ​ໂກນ ຢ່າງ​ເປັນ​ທາງ​ການ, ສ້າງ​ກຳລັງ​ໜູນ​ໃຫມ່​ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟານ​ດັງ​ເດືອງ ປາດ​ຖະ​ໜາ​ວ່າ ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ຢູ່ ມົງ​ໂກນ ສືບ​ຕໍ່​ມີ​ຄວາມ​ສາ​ມັກ​ຄີ, ສະ​ໜິດ​ຕິດ​ພັນ, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂ​ອງ​ຊາດ, ອວຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ພ້ອມ​ທັງ​ເປັນ​ຂົວ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ​ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ - ມົງ​ໂກນ ໃຫ້​ດີ​ຍິ່ງກ່​ວາ​ອີກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top