• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດຜົນແຫ່ງການປະຕິບັດວຽກງານຄຸ້ມຄອງເສັ້ນຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍ

      ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບັນດາຫົວເລື່ອງທີ່ກ່ຽວຂ້ອງເຖິງເສັ້ນຊາຍແດນ ຫວຽດນາມ - ກໍາປູເຈຍ ແລະ ຂະບວນວິວັດແຫ່ງການຂີດເສັ້ນ ແລະ ປັກຫຼັກໝາຍຊາຍແດນຂອງສອງປະເທດ; ສະພາບການຄຸ້ມຄອງເສັ້ນຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍໃນໄລຍະຈະມາເຖິງ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baocantho.com.vn)
        ວັນທີ 30 ຕຸລາ, ຢູ່ນະຄອນເຫວ້, ແຂວງເທື່ອທຽວເຫວ້ຂອງຫວຽດນາມ ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ, ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະພັກແຂວງເທື່ອທຽນເຫວ້ ຈັດຕັ້ງກອງປະຊຸມຝຶກອົບຮົມ, ໂຄສະນາໝາກຜົນແຫ່ງການປະຕິບັດວຽກງານການຄຸ້ມຄອງເສັ້ນຊາຍແດນ ລະຫວ່າງຫວຽດນາມ - ກໍາປູເຈຍ ໃຫ້ພະນັກງານ, ພາລະກອນ, ຄູອາຈານ, ນັກສຶກສາມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆ ໃນບໍລິເວນແຂວງເທື່ອທຽນເຫວ້.
     ໄປຄຽງຄູ່ກັນນັ້ນ, ບັນດາຜູ້ແທນຍັງໄດ້ຊອກຮູ້ກ່ຽວກັບເນື້ອໃນລະບຸໃນເອກະສານ, ສັນຍາ, ບົດບັນທຶກຊ່ວຍຈໍາລະຫວ່າງສອງຝ່າຍ ເຊິ່ງສອງປະເທດໄດ້ລົງນາມ; ບັນດາໝາກຜົນທີ່ບັນລຸໄດ້, ຄວາມໝາຍ, ຄວາມສໍາຄັນຂອງວຽກງານຂີດເສັ້ນ, ປັກຫຼັກໝາຍ ແລະ ຄຸ້ມຄອງຊາຍແດນ ຫວຽດນາມ - ກໍາປູເຈຍ; ບົດບາດ, ໜ້າທີ່ຂອງນັກສຶກສາໃນວຽກງານປົກປັກຮັກສາອະທິປະໄຕ, ເສັ້ນຊາຍແດນແຫ່ງຊາດ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ...
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top