• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດກ້າວຄືບໜ້າໃໝ່ໃນການເຈລະຈາ COC

      ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ປະຈຳປີຄັ້ງທີ 51 (AMM 51) ໄດ້ດຳເນີນຢູ່ ສິງກະໂປ ໃນອາທິດຜ່ານມາ ໄດ້ຮັບຮູ້ສັນຍານທີ່ຄືບໜ້າໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

ກອງປະຊຸມຄົບຄະນະໃນຂອບເຂດ ARF 2018 ຢູ່ສິງກະໂປ ເມື່ອວັນທີ 2/8. ພາບ: Reuters
      ໂດຍລະອຽດແມ່ນ ທັງ ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບຮ່າງເອກະສານຜ່ອນສັ້ນຜ່ອນຍາວພຽງສະບັບໜຶ່ງດຽວເພື່ອເປັນພື້ນຖານເຈລະຈາກ່ຽວກັບ COC.
        ຮ່າງເອກະສານລວມມີ 19 ໜ້າ ແລະ ໄດ້ແບ່ງເປັນ 3 ພາກຕົ້ນຕໍ. ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ຖືວ່າ: “ເຖິງວ່າ COC ອາດຈະບໍ່ແກ້ໄຂໄດ້ບັນຫາຂັດແຍ້ງກັນທາງດ້ານອຳນາດອະທິປະໄຕກໍ່ຕາມ ແຕ່ມັນຈະຮັບປະກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອຊຸກຍູ້ບັນດາບາດກ້າວຕັ້ງໜ້າກ່ວາໃນການແກ້ໄຂບັນດາການຂັດແຍ້ງນີ້”.
        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກໍ່ຕີລາຄາສູງບາດກ້າວນີ້. ຕາມທ່ານແລ້ວ, ຈີນ ແລະ ບັນດາປະເທດ ອາຊຽນ ອາດຈະຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ພ້ອມທັງແບ່ງປັນຄວາມຮັບຮູ້ລວມ ເພື່ອພ້ອມກັນກ້າວໄປເຖິງກົດແຫ່ງການປະພຶດໃນພາກພື້ນ ຊຶ່ງບັນດາຝ່າຍທັງໝົດຈະເຄົາລົບປະຕິບັດ.
 (ແຫຼ່ງຄັດຈາກ VOV)
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top