• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດ​າ​ການ​ເຄື່ອນ​ໄຫວ​ທຳ​ອິດ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽ​ນ​ຄັ້ງ​ທີ 53

ວັນທີ 7 ກັນຍາ, ໄດ້ດຳເນີນບັນດາການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງເຊິ່ງລວມມີກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ພ້ອມກັບກອງປະຊຸມ SOM ຄະນະກຳມະການສົນທິສັນຍາອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິດເຄຼຍ (SEANWFZ).

ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຈະເປັນປະທານບັນດາກອງປະຊຸມ (ພາບ: TTXVN)

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 9 – 12 ກັນຍາຕາມຮູບການທາງອອນລາຍ. ຕາງໜ້າໃຫ້ປະທານອາຊຽນ 2020, ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຈະເປັນປະທານບັນດາກອງປະຊຸມ.

        ທີ່ບັນດາກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີຈະສຸມໃສ່ປຶກສາຫາລືກ່ຽວກັບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19 ໃນພາກພື້ນ ແລະ ທົ່ວໂລກ ພ້ອມກັບບັນດາມາດຕະການຮັບມືກັບໂລກລະບາດ. ບັນດາລັດຖະມົນຕີຈະສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືຮັກສາ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ໃນນັ້ນໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮັກສາຄວາມມານະພະຍາຍາມປະຕິບັດຖະແຫຼງການກ່ຽວກັບວິທີການປະພຶດຂອງຝ່າຍຕ່າງໆຢູ່ ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກຢ່າງມີປະສິດທິຜົນ, ແທດຈິງໂດຍໄວ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top