• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ​ໜູນ​ຊ່ວຍ​ແຂວງ​ບັກ​ຢາງ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ປັດຈຸບັນ, ແຂວງບັກຢາງແມ່ນທ້ອງຖິ່ນຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ຈາກໂລກລະບາດໂຄວິດ - 19. ມີຫຼາຍທ້ອງຖິ່ນໃນທົ່ວປະເທດ ອາຍໜ້າສູ່ແຂວງບັກຢາງ, ໜູນຊ່ວຍທັງທາງດ້ານກຳລັງວັດຖຸ ແລະ ກຳລັງເຫື່ອແຮງ ດ້ວຍຄວາມຫວັງຢາກຄວບຄຸມ, ດັບມອດໂລກລະບາດໂຄວິດ - 19 ໂດຍໄວ.
ພິທີອອກເຄື່ອນທັບຂອງໂຮງໝໍສູນກາງເຫ້ວ ໄປໜູນຊ່ວຍ ແຂວງ ບັກຢາງ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 (ພາບ: suckhoedoisong.vn)

ໃນຕອນເຊົ້າວັນທີ 31 ພຶດສະພາ, ໂຮງໝໍສູນກາງເຫ້ວ ໄດ້ຈັດພິທີນຳສົ່ງຄະນະປະຕິບັດງານຂອງໂຮງໝໍ ໄປເພີ່ມກຳລັງແຮງຊ່ວຍ ແຂວງບັກຢາງ. ຄະນະລວມມີ 18 ຄົນ ໂດຍທ່ານ ປ.ອ ຫງວຽນແທັງຊວັນ, ຮອງຫົວໜ້າໂຮງໝໍສູນກາງເຫ້ວ ເປັນຫົວໜ້າຄະນະ. ຢູ່ແຂວງບັກຢາງ, ຄະນະປະຕິບັດງານຈະປະຕິບັດໜ້າທີ່ ໂດຍຫົວໜ້າໜ່ວຍງານປະຈຳການໜູນຊ່ວຍປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ, ຈະຮັບຜິດຊອບໂຮງໝໍກາງສະໜາມແຫ່ງໜຶ່ງ ຫຼື ຈະສົມທົບປະສານງານກັບບັນດາໜ່ວຍງານຕ່າງໆ.

ໃນວັນທີ 30 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ກໍ່ໄດ້ຈັດຕັ້ງພິທີສົ່ງທ່ານໝໍ 3 ຄົນ, ພະຍາບານ 7 ຄົນ ໄປຍັງແຂວງບັກຢາງ ເພື່ອໜູນຊ່ວຍການປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ - 19. ນີ້ແມ່ນກຳລັງຫຼັກແຫຼ່ງ, ມີປະສົບການ ໃນວຽກງານປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ມີອາການເຈັບໜັກ ຢູ່ນະຄອນດ່ານັ້ງ.

ຕອນເຊົ້າວັນທີ 31 ພຶດສະພາ, ຄະນະປະຕິລັດງານແຂວງ ອຽນບ໊າຍ: ລວມມີທ່ານໝໍ 6 ຄົນ, ພະນັກງານການແພດ ໄດ້ເດີນທາງໄປໜູນຊ່ວຍແຂວງບັກນິງ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ໄລຍະເວລາ ຄະນະປະຕິບັດງານ ຈະໜູນຊ່ວຍແຂວງບັກນິງ ແມ່ນ 30 ວັນ, ນັບແຕ່ວັນທີ 31 ພຶດສະພາ.

    ກ່ອນໜ້ານັ້ນ, ແຂວງ ອຽນບ໊າຍ ໄດ້ຈັດສົ່ງ 2 ຄະນະປະຕິບັດງານ ລວມມີແພດໝໍ,ພະຍາບານ, ພະນັກງານການແພດ 35 ຄົນ ເພື່ອໜູນຊ່ວຍໃຫ້ແກ່ວຽກງານ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ແຂວງບັກຢາງ.

(ແຫຼ່ງຄັດຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top