• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຫາ ຈີນ ແລະ ໂລກລະບາດ ໂຄວິດ - 19 ຈະໄດ້ເຕື້ອງເຖິງໃນການເຈລະຈາ 2+2 ອິນເດຍ - ອາເມລິກາ

      ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີໜ້າຢູ່ນະຄອນຫຼວງ New Delhi, ອິນເດຍ, ເພື່ອກະກຽມເຂົ້າຮ່ວມການເຈລະຈາ 2+2 ລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດ ປະຈຳປີ ຄັ້ງທີ 3 ລະຫວ່າງ ອິນເດຍ ແລະ ອາເມລິກາ ເຊິ່ງຈະດຳເນີນໃນ 2 ມື້ຈະມາເຖິງ.
      ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ພ້ອມກັບຜູ້ຮ່ວມຕຳແໜ່ງອິນເດຍ Jashankar ແລະ  Rajnath ຢູ່ກອງປະຊຸມເຈລະຈາ 2+2 ຢູ່ອາເມລິກາຄັ້ງທີ 2

(ການນຳສອງປະເທດ ຢູ່ກອງປະຊຸມເຈລະຈາ 2+2 ລະຫວ່າງ ອິນເດຍ ແລະ ອາເມລິກາ (ພາບ: ANI)
      ກອງປະຊຸມໄດ້ດຳເນີນໃນສະພາບການ ທັງ ອິນເດຍ ແລະ ອາເມລິກາ ພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍລວມຢ່າງຮີບດ່ວນ. ນັ້ນແມ່ນການພົວພັນທີ່ເຄັ່ງຕຶງ ກັບຈີນ, ພິເສດແມ່ນຫຼັງບັນດາການກະທຳຂອງປັກກິ່ງຢູ່ທະເລຕາເວັນອອກຫຼືການຄັດແຍ້ງກັນຢູ່ເຂດຊາຍແດນກັບອິນເດຍ. ທັງອິນເດຍ ແລະ ອາເມລິກາ ລ້ວນແຕ່ ມີຄວາມປາດຖະໜາຢາກເປີດກ້ວາງການຮ່ວມມືເພື່ອຊຸກຄວາມຍູ້ສະຖຽນລະພາບ ແລະ ວັດທະນາຖາວອນ ໃນພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ແລະ ໃນທົ່ວໂລກ.
            ກ່ອນການເດີນທາງໄປຢ້ຽມຢາມອິນເດຍຂອງເຈົ້າໜ້າທີ່ ອາເມລິກາ ສອງທ່ານ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ຢັ້ງຢືນ 4 ຫົວຂໍ້ເຊິ່ງຈະໄດ້ຍົກອອກຢູ່ກອງປະຊຸມຄັ້ງນີ້ແມ່ນ ການຮ່ວມມືຄວາມໝັ້ນຄົງໃນພາກພື້ນ, ແບ່ງປັນຂໍ້ມູນຂ່າວສານດ້ານປ້ອງກັນຊາດ, ການພົວພັນແລກປ່ຽນລະຫວ່າງ ສອງກອງທັບ ແລະ ການຄ້າ - ປ້ອງກັນຊາດ. ຄຽງຄູ່ກັນນັ້ນ, ການຮ່ວມມືພັດທະນາວັກຊິນ ແລະ ການຮັບມືກັບໂລກລະບາດ ໂຄວິດ - 19 ຈະແມ່ນເນື້ອໃນສຳຄັນໜຶ່ງ ທີ່ຈະໄດ້ປຶກສາຫາລືທີ່ການເຈລະຈາ 2+2 ອິນເດຍ - ອາເມລິກາ.
 (ແຫຼ່ງຄັດຈາກ VOV)
 


ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ຈຸດ​ສຸມ​ຂອງ​ການ​ປັບ​ປຸງ​ຄັ້ງ​ນີ້​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ພັດ​ທະ​ນາ “​ໜຶ່ງ​ທ້ອງ​ຖິ່ນ ໜຶ່ງ​ຕົວ​ເມືອງ” ໄປ​ຍັງ​ເຄືອ​ຂ່າຍ​ຕົວ​ເມືອງ​ມີ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ, ແລວ​ເສດ​ຖະ​ກິດ ແລະ ເຂດ​ກຳ​ລັງ​ໜູນ​ສວມ​ບົດ​ບາດ​ນຳ​ພາ.

Top