• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາສາສະໜາຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

      ຕອນເຊົ້າວັນທີ 14 ຕຸລາ, ຢູ່ນະຄອນເຫ້ວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ອົງການເອີລົບເໜືອຊ່ວຍໜູນຫວຽດນາມ ໄຂກອງປະຊຸມທົ່ວປະເທດ ຍ້ອງຍໍຊົມເຊີຍ, ເສີມຂະຫຍາຍບົດບາດຂອງສາສະໜາໃນການເຂົ້າຮ່ວມ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກ່າວຄຳເຫັນ
      ກອງປະຊຸມໄດ້ຕີລາຄາ 4 ປີແຫ່ງການປະຕິບັດໂຄງການສົມທົບວຽກງານໃນການ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ອົງການເອີລົບເໜືອຊ່ວຍໜູນຫວຽດນາມ. ທ່ານ ເຈີນແທງເມີ້ນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາວ່າ :
     “ ໃນ 4 ປີທີ່ຜ່ານມາ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີປະສີດທິຜົນຂອງບັນດາສາສະໜາ, ໄດ້ມີ 1000 ຮູບແບບຂອງບັນດາສາສະໜາໄດ້ເຂົ້າຮ່ວມບັນດາໂຄງການກໍ່ສ້າງ, ຊຸດຝຶກອົບຮົມນັບພັນຊຸດກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ານໄພທຳມະຊາດ ໄດ້ຮັບການຜັນຂະຫຍາຍຢູ່ບັນດາທ້ອງຖິ່ນ ແລະ ສາສະໜາຕ່າງໆ, ອັນໄດ້ສ້າງການປ່ຽນແປງໂດຍພື້ນຖານໃນການຮັບຮູ້ຂອງການນຳ ແລະ ອົງການສາສະໜາກ່ຽວກັບບົດບາດ ຄວາມຮັບຜິດຊອບ ພ້ອມກັບທົ່ວປວງຊົນເຂົ້າຮ່ວມການ ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ”
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top