• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາວິສາຫະກິດຂະໜາດກາງແລະນ້ອຍສວມບົດບາດສຳຄັນໃນການເຄື່ອນໄຫວດ້ານການຄ້າ

      ວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບທະນາຄານ Standard Chartered ຫວຽດນາມ ຈັດກອງປະຊຸມສຳມະນາ “ໜູນຊ່ວຍການຄ້າສາກົນໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານຫຼາຍຄົນ.

ກອງປະຊຸມສຳມະນາ ໜູນຊ່ວຍການຄ້າສາກົນໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ
(ພາບ: BNEWS/TTXVN)
      ທີ່ກອງປະຊຸມ, ທ່ານນາງ ຟ້າມທິທູຮັ່ງ, ເລຂາທິການໃຫຍ່ VCCI ໃຫ້ຂໍ້ສັງເກດວ້າ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໄດ້ປະກອບສ່ວນຢ່າງແຮງເຂົ້າໃນການເຄື່ອນໄຫວດ້ານການຄ້າ, ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການເຕີບໂຕເສດຖະກິດຫວຽດນາມ ໃນຫຼາຍປີຜ່ານມາ. ສະນັ້ນ, ເລື່ອງສະໜອງໃຫ້ກຸ່ມວິສາຫະກິດດັ່ງກ່າວບັນດາການໜູນຊ່ວຍທີ່ຈຳເປັນເພື່ອພັດທະນາຢ່າງມີປະສິດທິຜົນ ແລະ ໝັ້ນຄົງ ໄດ້ປະກອບສ່ວນສຳຄັນ. ໃນຂະນະນັ້ນ, ທ່ານ Nirukt Sapru, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartered ຫວຽດນາມ ວິຈານວ່າ, ໃນໄລຍະ 20 ປີຜ່ານມາ, ຫວຽດນາມ ໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກການເປີດກວ້າງການພົວພັນດ້ານການຄ້າ ແລະ ການລົງທຶນກັບຫຼາຍປະເທດ. ໃນວິວັດການນັ້ນ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໄດ້ສວມບົດບາດສຳຄັນ. ປະຈຸບັນ, ຫວຽດນາມ ພວມເປີດກວ້າງການພົວພັນດ້ານການຄ້າກັບໂລກ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຈະແມ່ນສ່ວນໜຶ່ງຕົ້ນຕໍ່ໃນວິວັດທະນາການດັ່ງກ່າວ. ສິ່ງດັ່ງກ່າວຈະປະກອບສ່ວນນຳຫວຽດນາມ ເຊື່ອມໂຍງເຂົ້າລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ, ກວ້າງຂວາງກວ່າ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top