• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາວິສາຫະກິດຕ້ອງໜູນຊ່ວຍການຜະລິດກະສິກຳທີ່ທັນສະໄໝ


ບັນດາວິສາຫະກິດຕ້ອງໜູນຊ່ວຍການຜະລິດກະສິກຳທີ່ທັນສະໄໝ
(ພາບ: baochinhphu.vn)
      ໃນ​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ເຊີດ​ຊູ “ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ລະ​ດູ​ການ​ເກັບ​​ກ່ຽວ​ໄດ້​ຮັບ​ຜົນ​ດີ, ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຂະ​ບ​ວນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່” ໂດຍ​ສະ​​ມາ​ຄົມ​ໃຫຍ່​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ຈັດ​ຕັ້ງ​ໃນ​ວັນ​ທີ 16/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດິງ​ເຫ້ວ ເນັ້ນ​ໜັກ​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ​ກະ​ສິ​ກຳ ຕ້ອງ​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ອີກ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ນຳ​ພາ, ໜູນ​ຊ່ວຍ​ສະ​ຫະ​ກອນ, ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ລະ​ບົບ​ການ​ຜະ​ລິດ​ກະ​ສິ​ກຳ​ທີ່​ທັນ​ສະ​ໄໝ, ​ສ້າງ​ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ​ຄືນ​ໃໝ່ ແລະ ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ອີງ​ຕາມ 2 ປັດ​ໃຈ​ນັ້ນ​ແມ່ນ: ​ສ້າງ​ໂຄງ​ປະ​ກອບ​ການ​ຜ​ະ​ລິດ​ກະ​ສິ​ກຳຄື​ນ​ໃໝ່ ແລະ ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top