• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາຜູ້ແທນສາກົນຕີລາຄາສູງຕໍ່ບົດບາດປະທານອາຊຽນ 2020 ຂອງ ຫວຽດນາມ

      ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 12 ພະຈິກ, ຢູ່ນອກກອງປະຊຸມ, ມີຜູ້ແທນສາກົນຫຼາຍທ່ານ ໄດ້ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ປະຕິບັດບົດບາດເປັນປະທານອາຊຽນ 2020 ໄດ້ເປັນຢ່າງດີ.

ທ່ານນາງ Caitlin Wiesen, ຫົວໜ້າອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ (ພາບ: TTXVN) 
      ທ່ານນາງ Caitlin Wiesen, ຫົວໜ້າອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ຖືວ່າ ກອງປະຊຸມຄັ້ງນີ້ມີຫົວຄິດປະດິດສ້າງທີ່ສຸດ, ນຳມາເຊິ່ງເນື້ອໃນຈິດໃຈຮ່ວມມື, ສາມັກຄີ, ສະແດງໃຫ້ເຫັນ ສີສັນວັດທະນະທຳທີ່ອຸດົມສົມບູນຂອງ ບັນດາປະເທດ ສະມາຊິກອາຊຽນ.
            ເມື່ອສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມ ບັນລຸໄດ້ບັນດາບາດກ້າວສຳເລັດໃນວຽກງານຈັດຕັ້ງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ກໍ່ຄືປີເປັນປະທານອາຊຽນ 2020, ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ ປະຈຳ ຫວຽດນາມ ຖືວ່າ ຫວຽດນາມຮັບ ບົດບາດເປັນປະທານອາຊຽນໃນສະພາບການທີ່ສັບສົນທີ່ສຸດ. ຜ່ານຜ່າຄວາມຫຍຸ້ງຍາກ, ການທົບສອບ, ວຽກງານກະກຽມ, ຄວາມສາມາດຄວາມອົດທົນ ກໍ່ຄືຄວາມມີໄຫວພິບ ເມື່ອໄດ້ປ່ຽນແປງຮູບການຈັດຕັ້ງຈາກໂດຍກົງ ໄປເປັນທາງອອນລາຍຂອງ ຫວຽດນາມ ແມ່ນຜົນສຳເລັດທີ່ດີເລີດຢ່າງແທ້ຈິງ, ສົມກັບຄຳຍ້ອງຍໍສັນລະເສີນຂອງ ວົງຄະນະຍາດສາກົນ, ບໍ່ພຽງແຕ່ ຂອງອາຊຽນເທົ່ານັ້ນ, ຫາກຍັງແມ່ນສະຫະພາບ ເອີລົບ, ໃນນັ້ນມີໂຮນລັງອີກດ້ວຍ. ທ່ານນາງກໍ່ສະແດງຄວາມຍິນດີເມື່ອ ປະເທດປະທານອາຊຽນ 2020 ມີຂໍ້ລິເລີ່ມຈັດຕັ້ງກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top