• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ ໃນພາກພື້ນ ແມ່ນ້ຳຂອງ - ລ້ານຊ້າງ ປຶກສາຫາລືກ່ຽວກັບການຮ່ວມມືພັດທະນາ

      ໃນລະຫວ່າງ ວັນທີ 27 -28 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”, ໂດຍມີການເຂົ້າຮ່ວມຂອງບັນດາຄະນະຜູ້ແທນ ລາວ, ກຳປູເຈຍ, ຈີນ, ມຽນມາ, ໄທ ແລະ ຫວຽດນາມ. 

ກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ເວທີປາໄສ ແມ່ນ້ຳຂອງ - ລ້ານຊ້າງ ກ່ຽວກັບການພັດທະນາ ດ້ານເຕັກໂນໂລຢີຖະແຫຼງຂ່າວ ແລະ ການສື່ສານແບບຍືນຍົງ (ICT)”ໄດ້ໄຂຂຶ້ນຢູ່ ວຽງຈັນຢ່າງເປັນທາງການ (ພາບ: TTXVN) 
      ກ່າວຄຳເຫັນທີ່ພິທີເປີດໃນວັນທີ 27 ມິຖຸນາ, ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ  ໂທລະຄົມມະນາຄົມ  ແລະ ການສື່ສານ ລາວ ຢັ້ງຢືນວ່າ: ດ້ວຍລະດັບການເຕີບໂຕຢ່າງໄວວາ ແລະ ໃນສະໄໝເສດຖະກິດ ດີຈີຕອນປັດຈຸບັນ, ICT ແລະ ເຕັກໂນໂລຢີຈະສວມບົດບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ. ທ່ານ ທອງໃສ ຊານໄຊຍະ ໄດ້ສະແດງຄວາມຫວັງວ່າ ບັນດາປະເທດໃນພາກພື້ນຈະເພີ່ມທະວີການຮ່ວມມືໃນຂອບເຂດການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ ໃຫ້ຫຼາຍກ່ວາອີກເພື່ອບັນລຸໄດ້ບັນດາຜົນງານໃນການພັດທະນາແບບຍືນຍົງ, ຮອບດ້ານ ຢູ່ພາກພື້ນໃນຂົງເຂດ ICT, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ.
        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ແລະ ຜູ້ຕາງໜ້າບັນດາປະເທດໄດ້ແບ່ງປັນບັນດາບົດຮຽນໃນການສ້າງນະໂຍບາຍ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຢີ, ໃນນັ້ນໄດ້ເຕື້ອງເຖິງວິທີການນຳໃຊ້ ICT ຢູ່ແຕ່ປະເທດ, ບັນດາແຜນການ ແລະ ການຊີ້ນຳຂອງແຕ່ລະປະເທດໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ເສດຖະກິດດີຈີຕອນ ແລະ ການຫັນປ່ຽນເຕັກນິກດີຈີຕອນ. 
 (ແຫຼ່ງຄັດຈາກ VOV)
 
 
 

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ນຳ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ​ກາຍ​ເປັນ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່

ທ່ານ​ ໂຮ່ກວັກ​ຢຸງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຊີ້​ແຈ້ງວ່າ​ພັກ ແລະ ລັດ​ໄດ້​ກຳ​ນົດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດ​ທະ​ນາ​ໂດຍ​ໄວ ແລະ ຍືນ​ຍົງ.

Top