• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວທີ່ດູດດື່ມຢູ່ນະຄອນໂຮ່ຈິມິນ ໃນໂອກາດບຸນເຕັດ ປີຈໍ 2018

ຕອນບ່າຍວັນທີ 18 ກຸມພາ, ກົງກັບວັນທີ 3 ບຸນເຕັດ, ຄະນະຄຸ້ມຄອງຖະໜົນປຶ້ມນະຄອນໂຮ່ຈິມິນ ໄດ້ສົມທົບກັບບໍລິສັດວັດທະນະທຳພາກໃຕ້ ຈັດລາຍການ “ຂັບກາບກອນ” ຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ

ລາຍການ ຂັບກາບກອນຖືກຈັດຂຶ້ນຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ

ນີ້ແມ່ນຄັ້ງທຳອິດທີ່ລາຍການ ຂັບກາບກອນຖືກຈັດຂຶ້ນຢູ່ ຖະໜົນປຶ້ມນະຄອນໂຮ່ຈິມິນ. ຄະນະຈັດຕັ້ງຢາກວາດພາບເຖິງການຂັບກາບກອນແບບທັນສະໄໝ, ມີສິສັນວັນນະຄະດີຫວຽດນາມຫຼາຍກ່ວາ. ທ່ານນາງ ມາຍເງິນຮວາ ຫົວໜ້າກຸ່ມປະຊາສຳພັນ, ບໍລິສັດວັດທະນະທຳພາກໃຕ້ ໃຫ້ຮູ້ວ່າ : 

    “ ເປົ້າໝາຍຂອງຄະນະຈັດຕັ້ງ ແມ່ນມີຄວາມຫວັງຢາກຫັນຖະໜົນປຶ້ມໃຫ້ກາຍເປັນຖະໜົນຂັບກາບກອນ. ນອກຈາກນັ້ນ, ເນື່ອງໃນໂອກາດຕົ້ນປີໃໝ່, ຊາວຫວຽດນາມມີປະເພນີແຕ່ງກະວີຍາມຕົ້ນປີ ຊຶ່ງກໍເປັນຄວາມງາມ ແລະ ເປັນຄວາມຄາດຫວັງຕໍ່ສິ່ງທີ່ດີເມື່ອກ້າວສູ່ປີໃໝ່ ”,

(ແຫຼ່ງຄັດຈາກ VOV)


ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ກອງ​ປະຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI ຈະ​ດຳ​ເນີນ​ໃນ​ອາ​ທິດ​ໜ້າ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫາ​ກໍ່​ອອກ​ໜັງ​ສື​ຮ​ຽກ​ໂຮມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI, ເຊິ່ງ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 3 – 24 ສິງ​ຫາ. ສະ​ພາ​ແຫ່ງ​ຊາດ​ຈະ​ໂຮມ​ປະ​ຊຸມ​ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດໃນ 2 ງວດ.

Top