• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວໃນວັນບຸນວິສາຂະບູຊາ ພສ 2561 - ຄສ 2017

      ຕອນເຊົ້າວັນທີ 10/5, ຢູ່ ວັດ ກວານຊື ຮ່າໂນ້ຍ, ສູນກາງສະມາຄົມພຸດທະສາສະຫນາ ຫວຽດນາມ ໄດ້ຈັດຕັ້ງວັນບຸນວິສາຂະບູຊາ ພສ 2561. 
     
 ທ່ານນາງເຈືອງທິມາຍ, ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງມາອວຍພອນສູນກາງສະມາຄົມ ພຸດທະສາສະຫນາຫວຽດນາມ 
      ເຂົ້າຮ່ວມພິທີມີທ່ານນາງ ເຈື່ອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຜູ້ຕາງໜ້າການນຳບາງກະຊວງ, ຂະແໜງການຂັ້ນສູນກາງ, ເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າບັນດາອົງການການທູດຕ່າງປະເທດປະຈຳຫວຽດນາມ.
        ອ່ານສານທີ່ພິທີວັນບຸນ ພະມະຫາອາຈານ ທິກບາວງ່ຽມ ຮອງປະທານຄະນະບໍລິຫານສະມາຄົມພຸດທະສາສະໜາຫວຽດນາມ ປາຖະໜາວ່າ ພະສົງສຳມະເນນ, ພຸດທະສາສະນິກະຊົນຫວຽດນາມທີ່ຢູ່ພາຍໃນປະເທດກໍ່ຄືຢູ່ຕ່າງປະເທດ ຈົ່ງມານະພະຍາຍາມ ສ້າງໂຄງການກະທຳ, ຕິດແທດຄວາມຕ້ອງການຕົວຈິງໃນຍຸກປະຈຸບັນກວ່າອີກ ໃນສະພາບການທີ່ປະເທດພວມປ່ຽນແປງໃໝ່, ເຊື່ອມໂຍງ ແລະ ຮ່ວມມືກັບສາກົນຢ່າງເລິກເຊິ່ງກວ້າງຂວາງ.
        ກ່ຽວຄຳເຫັນທີ່ພິທີ, ທ່ານນາງ ເຈື່ອງທິມາຍ  ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເນັ້ນໜັກວ່າ:
        “ ປີ 2017 ໄດ້ດຳເນີນເຫດການສຳຄັນຫຼາຍຢ່າງສຳລັບປະເທດຊາດ ກໍ່ຄືສຳລັບສະມາຄົມພຸດທະສາສະໜາຫວຽດນາມ. ພິເສດແມ່ນຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນພຸດທະສາສະໜາທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 8. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍນ້ຳໃຈ, ຄວາມຮັບຜິດຊອບ, ພູມປັນຍາຂອງຜູ້ມີຍົດຖາບັນດາສັກ ໃນສະພາສົງ, ຄະນະບໍລິຫານງານ ພ້ອມທັງພະສົງສາມະເນນ, ພຸດທະສາສະນິກະຊົນ ຈະຈັດຕັ້ງກອງປະຊຸມໃຫຍ່ສຳເລັດຜົນ. ຂ້າພະເຈົ້າສະເໜີບັນດາຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ຂະແໜງການຂັ້ນສູນກາງ, ທ້ອງຖິ່ນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວຂອງພະສົງ ສະມາຄົມພຸດທະສາສະໜາຫວຽດນາມ, ສ້າງສະພາບແວດລ້ອມແຫ່ງການດຳເນີນຊີວິດ, ເຫຼື້ອມໃສສາສະໜາຢ່າງເສລີ, ເປັນປົກກະຕິ ແລະ ປອດໄສໃນພາລະກິດພັດທະນາລວມຂອງປະເທດ
        ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນໂຮ່ຈີມິນ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົມທົບກັບສະມາຄົມພຸດທະສາສະໜາຫວຽດນາມນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນວິສາຂະບູຊາ ພສ 2561- ຄສ 2017.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top