• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການປະກອບສ່ວນຂອງອະດີດເລຂາທິການໃຫຍ່ ເລຢວນ ໄດ້ສ້າງພື້ນຖານໃຫ້ພາລະກິດປ່ຽນແປງໃໝ່ປະເທດ


(ພາບປະກອບ / TTXVN)

​      ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 110 ປີ​​ແຫ່ງ​ວັນ​ຄ້າຍ​ວັນ​ເກີດຂອງ​ອະດີດ​ເລຂາທິການ​ໃຫຍ່ ​ເລ​ຢວນ (07/04/1907 – 07/04/2017), ຕອນ​ເຊົ້າ​ວັນ​ທີ 03/04 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “​ເລ​ຢວນ - ການ​ນຳ​ດີ​ເດັ່ນ​ຂອງ​ພັກ, ລູກຮັກ​ດີ​ເດັ່ນຂອງບ້ານ​ເກີດ​ເມືອງ​ນອນ ກວາງ​ຈີ້”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ ຫວໍ​ວັນ​​ເຖື​ອງ ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຢືນຢັນ​ວ່າ:
       “ພາຍຫລັງ​ປະ​ເທດ​ຊາດ​ມີສັນຕິພາບ, ​ເອກະ​ພາບ, ກ້າວ​ຂຶ້ນ​ລັດທິ​ສັງຄົມນິຍົມ, ຕໍ່ໜ້າ​ສະພາບ​ຄວາມຫຍຸ້ງຍາກ​ຂອງ​ປະ​ເທດຊາດ ທີ່​ຫາ​ກໍ່​ຜ່ານສົງຄາມ​ນັບ​ສິບ​ປີ​ຖືກ​ທຳ​ລາຍຢ່າງ​ໜັກໜ່ວງ, ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ການ​ນ​ຳສູງ​ສຸດ​ຂອງ​ພັກ, ທ່ານ ​ເລ​ຢວນ ຍາມ​ໃດ​ກໍ່ມີ​ຄວາມ​ເປັນ​ຫ່ວງ​ຊອກ​ຫາ​ບັນດາ​ບາດ​ກ້າວ​ເດີນ, ບັນດາ​ວິທີ​ການໃໝ່, ພ້ອມ​ກັບ​ສູນ​ກາງ​ພັກ ສະຫລຸບ​ພຶດຕິ​ກຳ​ຕົວ​ຈິງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ວິວັດທະນາ​ການ​ສ້າງ​ສັງ​ຄົມ​ໃໝ່​​ກ່ຽວ​ກັບ​ທາດ​ແທ້, ຊຶ່ງຍັງ​ບໍ່​ທັນ​ມີ​ມາ​ໃນໃນ​ປະຫວັດສາດ​ຂອງ​ຊາດ. ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ​ອະດີດເລຂາທິການ​ໃຫຍ່ ​ເລ​ຢວນ ​ໄດ້ສ້າງ​ພື້ນຖານ​ໃຫ້​ແກ່​ພາລະກິດ​ປ່ຽນ​​ແປງໃໝ່​ປະ​ເທດຊາດ, ​ໂດຍ​ພັກ​ໄດ້ລິ​ເລີ່​ມຈາກ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 6 ຂອງ​ພັກ​ເມື່ອ​ປີ 1986.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top