• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນໍາສິນຄ້າຫວຽດນາມເຂົ້າລະບົບຈໍາໜ່່າຍຢູ່ຕ່າງປະເທດ

      ການສົ່ງອອກສິນຄ້າໂດຍກົງເຂົ້າບັນດາລະບົບຈໍາໜ່າຍທີ່ທັນສະໄໝຂອງຕ່າງປະເທດ ໄດ້ຮັບຖືວ່າ ແມ່ນຮູບການສົ່ງອອກທີ່ມີປະສິດທິຜົນ, ຍືນຍົງ. ສະນັ້ນ,ມີວິສາຫະກິດຫວຽດນາມຫຼາຍແຫ່ງຢາກປະຕິບັດຕາມ. ປີ 2018, ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ຜັນຂະຫຍາຍແຜນຮ່າງ ຊຸກຍູ້ວິສາຫະກິດຫວຽດນາມເຂົ້າຮ່ວມໂດຍກົງກັບບັນດາເຄືອຂ່າຍຈໍາໜ່າຍຕ່າງປະເທດເພື່ອແນໃສ່ເພີ່ມທະວີການສົ່ງເສີມການຄ້າ, ໂຄສະນາເຄື່ອງໝາຍການຄ້າຂອງຫວຽດນາມ, ພ້ອມທັງສ້າງກາລະໂອກາດເປີດກວ້າງຕະຫຼາດ ເພື່ອໃຫ້ສິນຄ້າຂອງຫວຽດນາມປະກົດຢູ່ໃນລະບົບຈໍາໜ່າຍຕ່າງປະເທດຫຼາຍກວ່າອີກ.
      ນັບແຕ່ຕົ້ນປີ 2000, ຕະຫຼາດຈໍາໜ່່າຍສິນຄ້າຫວຽດນາມເລີ່ມໄດ້ຮັບຄວາມສົນໃຈຈາກບັນດານັກລົງທຶນຕ່າງປະເທດ, ເປີດສາກແມ່ນບັນດາປະເທດເອີຣົບຄື ເຢຍລະມັນ (ດ້ວຍຮ້ານສັບພະສິນຄ້າ Metro) ຫຼື BigC ຂອງຝລັ່ງ (ກຸ່ມບໍລິສັດ Bourdon). ນັບແຕ່ນັ້ນມາ, ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມໄດ້ສໍາຜັດໂດຍກົງກັບລະບົບຈໍາໜ່າຍຂອງຕ່າງປະເທດຢູ່ຫວຽດນາມ. ກ່ອນໜ້ານັ້ນ, ສິນຄ້າຂອງຫວຽດນາມ ເຖິງວ່າໄດ້ສົ່ງອອກໄປຂາຍຢູ່ຫຼາຍປະເທດໃນໂລກກໍຕາມ, ແຕ່ສ່ວນຫຼາຍແມ່ນຕ້ອງຜ່ານຂອດກາງ (ຝ່າຍທີ 3) ຫຼືບັນດາຜູ້ນໍາເຂົ້າມືອາຊີບ, ດັ່ງນັ້ນ ຍັງບໍ່ທັນສາມາດເສີມຂະຫຍາຍທ່າໄດ້ປຽບໃນການໂຄສະນາ ແລະ ສໍາຜັດໂດຍກົງກັບລະບົບຈໍາໜ່າຍຕ່າງປະເທດ ເພື່ອເປີດກວ້າງຕະຫຼາດ. ທ່ານ ດັ້ງຮວ່າງຫາຍ, ຫົວໜ້າກົມ ເອີຣົບ, ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ໃຫ້ຮູ້ວ່າ:
        “ເມື່ຶອບັນດາວິສາຫະກິດຫວຽດນາມສົ່ງອອກຜ່ານບັນດາຕົວແທນຈໍາໜ່າຍເປັນຂອດກາງ ຈະບໍ່ສະດວກ. ທີ່ໜຶ່ງ ແມ່ນບັນດາຜູ້ຜະລິດສົ່ງອອກຫວຽດນາມ ກໍາບໍ່ໄດ້ເຖິງຄວາມຕ້ອງການຂອງຜູ້ບໍລິໂພກອຸປະໂພກໂດຍກົງ. ທີສອງ ແມ່ນບໍ່ສາມາດກໍາໄດ້ເຖິງຄວາມສາມາດໃນການຄຸ້ມຄອງຂອງບັນດາລະບົບຈໍາໜ່າຍລາຍໃຫຍ່ຂອງໂລກ. ດ້ານອື່ນ ການສົ່ງອອກຜ່ານບັນດາຕົວແທນຈໍາໜ່າຍ ຈະບໍ່ພັດທະນາເຄື່ອງໝາຍການຄ້າໄດ້. ສິນຄ້າຂອງຫວຽດນາມໄດ້ຫຸ້ມຫໍ່ດ້ວຍຫຼາຍເຄື່ອງໝາຍອື່ນ ຂອງບັນດາບໍລິສັດຕ່່າງປະເທດ, ຊໍ້າບໍ່ໜໍາບໍ່ມີຊື່ຕົ້ນກໍາເນີດຜະລິດຈາກຫວຽດນາມອີກດ້ວຍ”.

(ພາບປະກອບ)
      ປີ 2011, ງານສັບປະດາສິນຄ້າຂອງຫວຽດນາມ ເປັນຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ຮ້ານສັບພະສິນຄ້າ Big C ສັງກັດກຸ່ມບໍລິສັດ Bourbon ຂອງຝລັ່ງ. ໃນສັບປະດາດັ່ງກ່າວ, ນອກຈາກການໂຄສະນາ, ບັນດາວິສາຫະກິດຫວຽດນາມ ກໍໄດ້ຮັບການບໍາລຸງສ້າງໂດຍກົງກ່ຽວກັບບຸກຄະລາກອນຊື້-ຂາຍຂອງລະບົບຈໍາໜ່່າຍ. ດ້ວຍໝາກຜົນເບື້ອງຕົ້ນ, ແຕ່ປີ 2012 – 2014, ກະຊວງອຸດສາຫະກໍາ  ແລະ ການຄ້າ ໄດ້ສືບຕໍ່ຈັດຕັ້ງງານສັບປະດາສິນຄ້າຫວຽດນາມຢູ່ລະບົບ Metro ຂອງເຢັຍລະມັນ ແລະ Big C ຂອງຝລັ່ງ. ເດືອນມິຖຸນາ 2016, ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ເປີດກວ້າງອອກໄປຍັງບັນດາພາກພື້ນອາຊີ, ໃນນັ້ນມີບັນດາລະບົບຮ້ານສັບພະສິນຄ້າຂອງສ.ເກົາຫຼີ, ຍີ່ປຸ່ນ. ກະຊວງອຸດສາຫະກໍາ ແລະ ການຄ້າກໍໄດ້ຈັດຕັ້ງຄະນະຕ່າງໆຂອງຫວຽດນາມ ເຊື່ອມຕໍ່ກັບບັນດາກຸ່ມບໍລິສັດຈໍາໜ່າຍລາຍໃຫຍ່ຂອງເອີຣົບຄື ອີຕາລີ, ຝລັ່ງ, ສ.ເຊັກໂກ, ໄທ, ຍີ່ປຸ່ນ. ພິເສດແມ່ນງານສັບປະດາສິນຄ້າຂອງຫວຽດນາມຢູ່ Aeon (ຍີ່ປຸ່ນ),  ຍັງໄດ້ຈັດຂຶ້ນຢູ່ບັນດາກອງປະຊຸມສໍາມະນາ, ເວທີປາໄສ, ໂຄງການບໍາລຸງສ້າງ ໜູນຊ່ວຍບັນດາວິສາຫະກິດຕ່າງປະເທດ, ຜ່ານນັ້ນບັນດາວິສາຫະກິດຫວຽດນາມ ໄດ້ເຊື່ອມຕໍ່ກັບບັນດາຜູ້ຈໍາໜ່າຍຕ່າງປະເທດ. ມີວິສາຫະກິດຫຼາຍແຫ່ງ ເຊື່ອມຕໍ່ໂດຍກົງໃນການສົ່ງບັນດາຜະລິດຕະພັນອອກສູ່ຕ່າງປະເທດຄື: ສົ່ງອອກຊາໄປຍັງປະເທດ ອີຕາລີ, ສົ່ງອອກເຂົ້າສານ, ເຄື່ອງຕັດຫຍິບ ໄປຍັງ ລະບົບຈໍາໜ່າຍຂອງຝລັ່ງ... ທ່ານ ຫງວຽນເທ໋ເຕິນ, ຜູ້ອໍານວຍການບໍລິສັດ ຊາ ເຕິມລານ, ໃຫ້ຮູ້ວ່າ:
        ຜ່ານການແນະນໍາຂອງກົມຕະຫຼາດເອີຣົບສັງກັດກະຊວງອຸດສາຫະກໍາ ແລະ ການຄ້າ, ວິສາຫະກິດພວກຂ້າພະເຈົ້າໄດ້ສໍາຜັດກັບຕະຫຼາດຂອງບັນດາປະເທດເອີຣົບດັ່ງກ່າວຢ່າງງ່າຍດາຍ ແລະ ສິນຄ້າຂອງພວກຂ້າພະເຈົ້າກໍໄດ້ນໍາເຂົ້າຕະຫຼາດຝລັ່ງໂດຍຜ່ານລະບົບຮ້ານສັບພະສິນຄ້າແທັງບິງ”.
        ຕາມການສະຖິຕິແລ້ວ, ປັດຈຸບັນມີຮ້ານຂາຍຍ່ອຍ ທີ່ຂຶ້ນກັບບັນດາຮູບແບບການລົງທຶນຈາກຕ່າງປະເທດ ທີ່ພວມມີໜ້າຢູ່ຫວຽດນາມ ປະມານ 170 ແຫ່ງ, ເປັນຕົ້ນແມ່ນ Big C , Lotte Mart, Aeon Mall. ບໍ່ພຽງແຕ່ບຸລິມະສິດໃນການຈໍາໜ່າຍບັນດາປະເພດສິນຄ້າຂອງວິສາຫະກິດຫວຽດນາມໃນລະບົບຂອງຕົນຢູ່ຕະຫຼາດພາຍໃນເທົ່ານັ້ນ, ຫາກບັນດາຮ້ານຂາຍຍ່ອຍ ຍັງຊອກທິດຈໍາໜ່າຍຜະລິດຕະພັນຜ່ານບັນດາຊ່ອງທາງຂາຍສິນຄ້າຂອງເຂົາເຈົ້າຢູ່ບັນດາປະເທດໃນໂລກອີກດ້ວຍ.
        ເພື່ອສໍາຜັດໂດຍກົງກັບລະບົບຈໍາໜ່າຍທັນສະໄໝໃນໂລກນັ້ນ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມ ຄວນມີມາດຕະການຄົບຊຸດ ຈາກການຜະລິດຕະຫຼອດຮອດການຈໍາໜ່າຍ, ບໍລິໂພກ. ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ອະນຸມັດຜ່ານບັນດາແຜນຮ່າງ “ຊຸກຍູ້ບັນດາວິສາຫະກິດຫວຽດນາມເຂົ້າຮ່ວມບັນດາລະບົບຈໍາໜ່າຍຕ່າງປະເທດ ຮອດປີ 2020” ດ້ວຍຫຼາຍມາດຕະການຢ່າງຄົບຊຸດ. ຜ່ານນັ້ນ, ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ຈັດງານສັບປະດາສິນຄ້າຫວຽດນາມຢູ່ຕ່າງປະເທດ, ພ້ອມກັນນັ້ນ ກໍ່ໄດ້ຈັດຕັ້ງບັນດາກອງປະຊຸມສໍາມະນາກັບບັນດາຜູ້ຈໍາໜ່າຍລາຍໃຫຍ່ຂອງຕ່າງປະເທດ ທີ່ພວມມີໜ້າຢູ່ຫວຽດນາມ ແລະ ບັນດາຜູ້ຈໍາໜ່າຍລາຍໃຫຍ່ດັ່ງກ່າວ ຈະສົມທົບບໍາລຸງສ້າງຄວາມສາມາດໃນການສົ່ງອອກໂດຍກົງເຂົ້າບັນດາລະບົບຈໍາໜ່າຍຂອງເຂົາເຈົ້າ. ເປົ້າໝາຍຂອງແຜນຮ່າງຮອດປີ 2020, ສິນຄ້າຂອງຫວຽດນາມຈະສໍາຜັດກັບບັນດາລະບົບຈໍາໜ່າຍລາຍໃຫຍ່ຂອງເອີຣົບ, ອາເມລິກາເໜືອ, ອາຊີຕາເວັນອອກສ່ຽງໃຕ້, ອາຊີຕາເວັນອອກສ່ຽງເໜືອ ແລະ ຢູ່ບັນດາປະເທດ ທີ່ໄດ້ລົງນາມໃນສັນຍາການຄ້າເສລີກັບຫວຽດນາມ.
 (ແຫຼ່ງຄັດຈາກ VOV)



 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top