
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມາຢ້ຽມຊົມງານວາງສະແດງປຶ້ມສະເຫຼີມສະຫຼອງ 90 ປີ
ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ພາບ: TTXVN)
ງານວາງສະແດງໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປັນເຈົ້າພາບສົມທົບກັບຄະນະໂຄສະນາສຶກສາສູນກາງພັກ ພ້ອມດ້ວຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຕັ້ງຂຶ້ນແຕ່ວັນທີ 02 – 09 ກຸມພາ 2020.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮັບຟັງການແນະນຳກ່ຽວກັບປຶ້ມຫລາຍຫົວຂອງບັນດາສຳນັກພິມຈຳໜ່າຍໃຫຍ່, ແນະນຳກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງພັກ, ບົດບາດນຳພາຂອງພັກ ແລະ ປະທານໂຮ່ຈີມິນ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; ກໍ່ຄືບັນດາຜົນງານຂອງຂະບວນວິວັດແຫ່ງການປ່ຽນແປງໃໝ່, ພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.
(ແຫຼ່ງຄັດຈາກ VOV)