• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອໍານວຍການບໍລິຫານອົງການ DFC ຂອງ ອາເມລິກາ

      ຕອນບ່າຍວັນທີ 8 ມັງກອນ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ອາດາມ ໂບເລີ ຜູ້ອໍານວຍການບໍລິຫານອົງການພັດທະນາການເງິນສາກົນ DFC ຂອງ ອາເມລິກາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ອາດາມ ໂບເລີ ຜູ້ອໍານວຍການບໍລິຫານອົງການພັດທະນາການເງິນສາກົນ DFC ຂອງ ອາເມລິກາ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ DFC ແລະ ໃຫ້ຮູ້ວ່າ ໃນປີທີ່ຜ່ານມາ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕເສດຖະກິດທີ່ໜ້າຊື່ນຊົມ, ແຕ່ເສດຖະກິດຫວຽດນາມ ຍັງສາມາດພັດທະນາຢ່າງແຂງແຮງ ແລະ ຍືນຍົງກວ່ານີ້ອີກ, ຖ້າຫາກລົງທຶນໃນຂົງເຂດພະລັງງານ, ພັດທະນາພື້ນຖານໂຄງລ່່າງ, ສາທາລະນະສຸກ, ການສຶກສາເປັນຢ່າງດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫວັງວ່າ DFC ຄວນເພີ່ມທະວີການຮ່ວມມືກັບ ຫວຽດນາມ. ທ່ານເນັ້ນໜັກວ່າ ຫວຽດນາມຄວນມີແຜນການຊື້ພາຫະນະເຄື່ອງຈັກ, ຜະລິດຕະພັນຂອງ ອາເມລິກາ, ມານະພະຍາຍາມເດີນຕາມນະໂຍບາຍການຄ້າທີ່ດຸ່ນດຽງກັບ ອາເມລິກາ.
            ສ່ວນ ທ່ານ ອາດາມ ໂບເລີ ຜູ້ອໍານວຍການບໍລິຫານອົງການພັດທະນາການເງິນສາກົນ DFC ຂອງ ອາເມລິກາ ໃຫ້ຮູ້ວ່າ: ປັດຈຸບັນ DFC ມີແຫຼ່ງກໍາລັງການເງິນ 60 ຕື້ USD ສາມາດລົງທຶນ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ, ບໍ່ພຽງແຕ່ສະຫງວນໃຫ້ແກ່ວິສາຫະກິດ ອາເມລິກາເທົ່ານັ້ນ, ຫາກຍັງສະຫງວນໃຫ້ແກ່ທັງວິສາຫະກິດຫວຽດນາມ ອີກດ້ວຍ. DFC ໝັ້ນໝາຍລົງທຶນເຂົ້າຫວຽດນາມ ເປັນຕົ້ນແມ່ນພະລັງງານ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ຫວັງຢາກລົງທຶນລະດັບເຂດ, ເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງບັນດາປະເທດເຂດແມ່ນໍ້າຂອງ, ເປັນຕົ້ນແມ່ນໃນສະພາບທີ່ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນໃນປີ 2020.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top