• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງລ້າງເຊີນ

      ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງລ້າງເຊີນ ດ້ວຍຫົວຂໍ້ ລ້າງເຊີນ: ສະຖານທີ່ທີ່ດີຂອງບັນດານັກລົງທຶນຖືກດໍາເນີນໃນຕອນເຊົ້າວັນທີ 30 ກັນຍາ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 500 ທ່ານ ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ກອງປະຊຸມ (ພາບ: chinhphu.vn)
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາທ່າໄດ້ປຽບຂອງລ້າງເຊີນ, ນັ້ນແມ່ນເສັ້ນທາງດ່ວນບັກຢາງ - ລ້າງເຊີນ ຫາກໍສໍາເລັດການກໍ່ສ້າງ, ຫຼຸດຜ່່ອນເວລາໄປ-ມາລະຫວ່າງ ລ້າງເຊີນ - ຮ່າໂນ້ຍ ລົງ ເຫຼືອພຽງ 2 ຊົ່ວໂມງເທົ່ານັ້ນ. ແຂວງລ້າງເຊີນ ກໍແມ່ນຂົວຕໍ່ທີ່ສໍາຄັນສໍາລັບກະແສລົງທຶນລະຫວ່າງ ຈີນ ກັບ ບັນດາປະເທດ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ:
        ໂດຍຫ່າງຈາກເມືອງເອກ ກວາງສີ, ປະເທດຈີນ ພຽງແຕ່ 200 ກິໂລແມັດ ແລະ ຮ່າໂນ້ຍ ກວ່າ 100 ກິໂລແມັດ ລ້າງເຊີນມີຕະຫຼາດດ້ວຍຈໍານວນພົນລະເມືອງຫຼາຍກວ່າ 50 ລ້ານຄົນ, ຂອບຂະໜາດ GDP ແມ່ນກວ່າ 300 ຕື້ USD ແລະ ເຂດນະຄອນຫຼວງແມ່ນ ກວ່າ 100 ຕື້ USD. ນີ້ແມ່ນ ທ່າໄດ້ປຽບສໍາຄັນທີີ່ສຸດ, ໂດຍສະເພາະແມ່ນເມື່ອພວກເຮົາເຊື່ອມຕໍ່ລະຫວ່າງບັນດາເສັ້ນທາງດ່ວນ ບັກຢາງ - ລ້າງເຊີນ, ອັນໄດ້ຊ່ວຍໃຫ້ ລ້າງເຊີນ ກ້າວໄປໄກອີກບາດກ້າວໜຶ່ງ”.
        ທີ່ກອງປະຊຸມ, ແຂວງ ລ້າງເຊີນ ໄດ້ປະກາດ ບົດບັນທຶກຊ່ວຍຈໍາວ່າດ້ວຍການລົງທຶນສະບັບຕ່າງໆ ການລົງນາມໃນສັນຍາຮ່ວມມືລົງທຶນ, ມອບໃບອະນຸຍາດໃຫ້ລົງທຶນ... ລວມມູນຄ່າຂຶ້ນເຖິງຫຼາຍກວ່າ ໜຶ່ງແສນຕື້ດົ່ງ (ກວ່າ 4,2 ຕື້ USD), ໃນນັ້ນ ສ່ວນຫຼາຍແມ່ນນັກລົງທຶນພາຍໃນປະເທດ.

ທ່ານ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງແຂວງລ້າງເຊີນ  (ພາບ: TTXVN)
      ພາຍຫຼັງເຂົ້າຮ່ວມກອງປະຊຸມ, ຕອນບ່າຍຂອງວັນດຽວກັນ, ທ່ານ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງແຂວງລ້າງເຊີນ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມໃນບໍລິເວນແຂວງ ແລະ ໃຫ້ຄໍາຊີ້ນໍາບາງໂຄງການພື້ນຖານໂຄງລ່າງສໍາຄັນຂອງແຂວງ. 
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍາດ​ໄດ້​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ປີ 2026

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍາດ​ໄດ້​ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ປີ 2026

ລາງວັນ​ສັນ​ຕິ​ພາບ​ສາ​ກົນ Lev N. Tolstoy ແມ່ນ​ໜຶ່ງ​ໃນ​ບັນ​ດາ​ລາງວັນ​ອັນ​ສູງ​ສົ່ງ​ລະ​ດັບ​ສາ​ກົນ ໂດຍ ລັດ​ເຊຍ ລິ​ເລີ່ມ ແນ​ໃສ່​ເຊີດ​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ອົງ​ການ​ຈັ​ດ​ຕັ້ງ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ​ໃຫ້​ແກ່​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຊຸກ​ຍູ້​ການ​ສົນ​ທະ​ນາ, ການ​ຮ່ວມ​ມື ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ ແລະ ກັນ​ລະ​ຫວ່າງ​ບັນ​ດາ​ຊົນ​ຊາດ.

Top