• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕັ້ງຄວາມຫວັງຕໍ່ການສ້າງຕັ້ງສູນຜະລິດຂອງນອກແວຢູ່ຫວຽດນາມ

ໃນຂອບເຂດການຢ້ຽມຢາມນອກແວຢ່າງເປັນທາງການຕາມຄຳເຊີນຂອງທ່ານນາງນາຍົກລັດຖະມົນຕີ Erna Solberg, ຕອນບ່າຍວັນທີ 24 ພຶດສະພາ, ທີ່ Oslo, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງນອກແວ ລວມມີ Kongsberg, DVL-GL, Vard, Juton, Scatcc Solar…, ທີ່ພວມລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະທ່ານນາງ Tone Wilhelmsen Troen ປະທານສະພາແຫ່ງຊາດນອກແວ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນທຸກພາກສ່ວນເສດຖະກິດ, ຖືເປັນສຳຄັນການລົງທຶນຂອງຕ່າງປະເທດ, ດ້ວຍສະພາບແວດລ້ອມດຳເນີນທຸລະກິດທີ່ນັບມື້ນັບອຳນວຍຄວາມສະດວກ. ສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຫວຽດນາມມີການເຕີບໂຕສູງໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ ບັນດາວິສາຫະກິດ ນອກແວ ຈະສືບຕໍ່ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ ຢູ່ຫວຽດນາມ.

        ການນຳບັນດາກຸ່ມບໍລິສັດຕ່າງໆ ລ້ວນແຕ່ຕີລາຄາສູງ ຕໍ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ ແລະມີຫຼາຍກຸ່ມບໍລິສັດໃຫ້ຮູ້ວ່າ ຈະເປີດກວ້າງການລົງທຶນຢູ່ຫວຽດນາມ, ຮ່ວມມືກັບຫວຽດນາມໃນການຊຸກຍູ້ເຕັກໂນໂລຊີເຂົ້າໃນການລ້ຽງປູກສິນໃນນ້ຳ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບເຈົ້າຊີວິດນອກແວ Harald, ພົບປະເຈລະຈາກັບ ທ່ານນາງ Tone Wilhelmsen Troen ປະທານສະພາແຫ່ງຊາດນອກແວ.

        ເນື່ອງໃນໂອກາດການຢ້ຽມຢາມນອກແວ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການໄດ້ຕີລາຄາສູງ ຕໍ່ການພັດທະນາການພົວພັນທາງການທູດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນກວ່າສີ່ທົດສະວັດຜ່ານມາ, ຊົມເຊີຍການພັດທະນາທີ່ນັບມື້ນັບເລິກກວ້າງໃນການພົວພັນຮ່ວມມືເສດຖະກິດສອງຝ່າຍ. 
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top