• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມງານພົບປະສ້າງສັນ ເນື່ອງໃນໂອກາດງານບຸນ Chol Chnam Thmay

      ຕອນເຊົ້າວັນທີ 6 ເມສາ, ຢູ່ນະຄອນເກິ່ນເທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມງານພົບປະສ້າງສັນ ເນື່ອງໃນໂອກາດ ງານບຸນ Chol Chnam Thmay ປີ 2019 ຂອງພໍ່ແມ່ປະຊາຊົນ ເຜົ່າຂະແມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ຜູ້ມີຍົດສັກຕຳແໜ່ງທາງສສາສະໜາ
      ກ່າວຄຳເຫັນທີ່ພິທີພົບປະສ້າງສັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ໃນນັ້ນມີພໍ່ແມ່ປະຊາຊົນເຜົ່າຂະແມ. ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນເມື່ອເຫັນຊີວິດການເປັນຢູ່ຂອງຊາວເຜົ່າຂະແມໄດ້ຮັບການປົວແປງໃຫ້ດີຂຶ້ນ, ຜູ້ມີຍົດຖາບັນດາສັກ, ພຸດທະສາສະນິກະຊົນນິກາຍນິຣະຍານ ແລະ ສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ມີຄວາມສາມັກຄີກັນໃນຊາຍຄາລວມສະມາຄົມພຸດທະສາສະໜາຫວຽດນາມ. ເຖິງຢ່າງໃດກໍ່ຕາມ ທ່ານນາຍົກລັດຖະມົນຕີ ກໍ່ຍົກອອກຄວາມຫຍຸ້ງຍາກ, ສິ່ງທ້າທາຍສຳລັບເຂດພາກໃຕ້ເວົ້າລວມ, ເຂດພໍ່ແມ່ປະຊາຊົນເຜົ່າຂະແມ ເວົ້າສະເພາະ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳວ່າ
        ຂ້າພະເຈົ້າຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ ແລະ ບັນດາຜູ້ມີຍົດຖາບັນດາສັກ, ພະສົງສຳມະເນນເຜົ່າຂະແມທຸກຖ້ວນໜ້າ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດເປັນຢ່າງດີ, ຍົກສູງນ້ຳໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບືນຕົວຂຶ້ນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ເພື່ອໃຫ້ທຸກຄົນ, ທຸກຄອບຄົວ ລ້ວນແຕ່ມີຊີວິດດີງາມກວ່າ. ພ້ອມທັງຕັ້ງໜ້າເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ອອກແຮງແຂ່ງຂັນສຶກສາຮ່ຳຮຽນ ເພື່ອຍົກສູງລະດັບຄວາມຮູ້ຄວາມສາມາດໃນທຸກດ້ານ; ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດທະນະທຳ, ຈິດໃຈຂອງພໍ່ແມ່ປະຊາຊົນໃຫ້ນັບມື້ນັບມີຄວາມອຸດົມສົມບູນຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top