• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເປັນປະທານກອງປະຊຸມລັດຖະບານ ປະຈຳເດືອນ ພະຈິກ

ຕອນເຊົ້າວັນທີ 03 ທັນວາ, ລັດຖະບານແຫ່ງ ສສ ຫວຽດນາມ ໄດ້ໂຮມປະຊຸມປະຈຳເດືອນ ພະຈິກ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກເປັນປະທານຈັດກອງປະຊຸມປະຈຳເດືອນ ພະຈິກ (ພາບ:VGP/Quang Hieu)

ກອງປະຊຸມດຳເນີນພາຍໃນໜຶ່ງວັນ ໂດຍເນື້ອໃນຫຼັກແມ່ນການປຶກສາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນ ພະຈິກ ແລະ 11 ເດືອນທີ່ຜ່ານມາຂອງ ປີ 2018; ຮ່າງມະຕິຂອງລັດຖະບານກ່ຽວກັບໜ້າທີ່ ແລະ ວິທີການແກ້ໄຂຫຼັກໃນປີ 2019. ລັດຖະບານກໍ່ປຶກສາຫາລືກ່ຽວກັບມາດຕະການຮັບປະກັນ ຮັບໃຊ້ໃຫ້ແກ່ການຕ້ອນຮັບບຸນປີໃໝ່ປະຈຳຊາດ 2019. ເປັນຢ່າງດີ

ກ່າວຄຳເຫັນເປີດກອງປະຊຸມ, ໂດຍເນັ້ນໜັກເຖິງຄວາມສຳຄັນຂອງ ມະຕິກ່ຽວກັບໜ້າທີ່, ວິທີການແກ້ໄຂຕົ້ນຕໍ່ໃນການພັດທະນາເສດຖະກິດ - ສັງຄົມ ປີ 2019 (ມິຕິເລກທີ 01/ລບ), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະເໜີບັນດາສະມາຊິກລັດຖະບານ ສຸມໃສ່ການປຶກສາຫາລືເພື່ອສືບຕໍ່ນຳເອົາຄວາມຄິດເຫັນເຂົ້າໃສ່ເອກກະສານສຳຄັນນີ້ ທີ່ກອງປະຊຸມລັດຖະບານ ແລະ ບັນດາທ້ອງຖິ່ນໃນທ້າຍເດືອນ ທັນວາ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ນຳລັດຖະບານ ປ່ຽນແປງໃໝ່ວຽກງານບໍລິຫານ, ແກ້ໄຂຈຸດອ່ອນທີ່ ສະພາແຫ່ງຊາດ, ປະຊາຊົນ ໄດ້ສະເໜີ. ຕາມທ່ານນາຍົກລັດຖະມົນຕີແລ້ວ, “ມະຕິ 01 ຄວນສະແດງໃຫ້ເຫັນຈິດໃຈການປ່ຽນແປງໃໝ່ຢ່າງກວ້າງຂວາງ” ໃນການພັດທະນາເສດຖະກິດສັງຄົມ.

ໃນກອງປະຊຸມ, ລັດຖະບານກໍ່ໄດ້ຟັງ ແລະ ໃຫ້ຄຳຄິດເຫັນກ່ຽວກັບບາງບັນຫາສຳຄັນອື່ນໆອີກດ້ວຍ.

(ແຫຼ່ງຄັດຈາກ VOV)


ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top