• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ Mahathir Mohamad ຕີລາຄາສູງການຮ່ວມມືລະຫວ່າງບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ

      ໜຶ່ງໃນບັນດາປັດໄຈສຳຄັນຊ່ວຍໃຫ້ ຫວຽດນາມ ພັດທະນາແມ່ນຄຸນນະທາດດຸໝັ່ນຂະຫຍັນພຽນຂອງປະຊາຊົນ
ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ເຊື່ອໝັ້ນວ່າ: ຫວຽດນາມ ຈະສືບຕໍ່ມີການພັດທະນາກະໂດດຂັ້ນໃນໄລຍະຈະມາເຖິງ, ຕາມນັ້ນແລ້ວ, ທ່ານ Mahathir ຖືວ່າ: ໜຶ່ງໃນບັນດາປັດໄຈສຳຄັນຊ່ວຍໃຫ້ ຫວຽດນາມ ພັດທະນາແມ່ນຄຸນນະທາດດຸໝັ່ນຂະຫຍັນພຽນຂອງປະຊາຊົນ. ກ່າວຄຳເຫັນທີ່ພິທີລົງນາມບົດບັນທຶກຮ່ວມມືລະຫວ່າງກຸ່ມບໍລິສັດ Alphanam ຂອງ ຫວຽດນາມ ກັບກຸ່ມບໍລິສັດ “Ri –Yaz Hotels and Resorts” ຂອງ ມາເລເຊຍ ກ່ຽວກັບການຄຸ້ມຄອງໂຮງແຮມ, ອາພາດເມັນທີ່ມີເຄື່ອງໝາຍການຄ້າ Altara Suites ແລະ Altara Residences ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ Mahathir ຖືວ່າ ການເພີ່ມທະວີການຮ່ວມມືລະຫວ່າງວິສາຫະກິດສອງປະເທດຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນສອງຝ່າຍລະຫວ່າງ ມາເລເຊຍ ແລະ ຫວຽດນາມ, ພິເສດແມ່ນໃນຂົງເຂດເສດຖະກິດ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top