
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ ກຳປູເຈຍ ປະໂຊຄຸນ
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເຮັດໃຫ້ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີກະຊວງການຕ່າງປະເທດຂອງ 2 ປະເທດ ຈົ່ງສົມທົບກັນກະກຽມຈັດຕັ້ງບັນດາການຢ້ຽມຢາມ, ກໍຄືບັນດາເຫດການທີ່ສຳຄັນໃນສາຍພົວພັນລະຫວ່າງ 2 ປະເທດ, ນັ້ນແມ່ນສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດປົນປົດ ຄືວັນທີ 7/1/1979-7/1/2019). ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ 2 ຝ່າຍຈົ່ງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ກ່ຽວກັບການຂີດຂັ້ນ ປັກຫຼັກໝາຍຊາຍແດນ, ຊຸກຍູ້ການລົງທຶນ, ການຄ້າລະຫວ່າງ 2 ຝ່າຍ, ສ້າງເງື່ອນໄຂ, ສະພາບແວດລ້ອມທີ່ສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ປະຊາຊົນ 2 ປະເທດທຳມາຫາກິນ.
(ແຫຼ່ງຄັດຈາກ VOV)