ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ ກຳປູເຈຍ ປະໂຊຄຸນ

      ຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ປະໂຊຄຸນ ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ ກຳປູເຈຍ ປະໂຊຄຸນ
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ເຮັດໃຫ້ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີກະຊວງການຕ່າງປະເທດຂອງ 2 ປະເທດ ຈົ່ງສົມທົບກັນກະກຽມຈັດຕັ້ງບັນດາການຢ້ຽມຢາມ, ກໍຄືບັນດາເຫດການທີ່ສຳຄັນໃນສາຍພົວພັນລະຫວ່າງ 2 ປະເທດ, ນັ້ນແມ່ນສະເຫຼີມສະຫຼອງ 40 ປີແຫ່ງວັນໄຊຊະນະລະບອບດັບສູນເຊື້ອຊາດປົນປົດ ຄືວັນທີ 7/1/1979-7/1/2019). ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ 2 ຝ່າຍຈົ່ງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ກ່ຽວກັບການຂີດຂັ້ນ ປັກຫຼັກໝາຍຊາຍແດນ, ຊຸກຍູ້ການລົງທຶນ, ການຄ້າລະຫວ່າງ 2 ຝ່າຍ, ສ້າງເງື່ອນໄຂ, ສະພາບແວດລ້ອມທີ່ສະດວກໃຫ້ແກ່ບັນດາວິສາຫະກິດ ແລະ ປະຊາຊົນ 2 ປະເທດທຳມາຫາກິນ.
 (ແຫຼ່ງຄັດຈາກ VOV)


top