• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73

ຕອນເຊົ້າວັນທີ 29 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ຢູ່ ນິວຢອກ ປະເທດ ອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 (ພາບ: ລັດຖະບານ)

ໃນເວລາ 1 ວັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີລາຍການເຮັດວຽກດ້ວຍ 15 ການເຄື່ອນໄຫວ: ເຂົ້າຮ່ວມ ແລະ ມີບົດກ່າວຄຳເຫັນທີ່ວາລະປຶກສາຫາລືຂັ້ນສຸດຍອດຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73; ມີບັນດາການພົບປະກັບທ່ານປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ບັນດາການພົບປະ 2 ຝ່າຍສຳຄັນກັບປະມຸກລັດ 5 ທ່ານ ແລະ ການນຳບັນດາປະເທດ; ໄດ້ແລກປ່ຽນ, ໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດໃຫຍ່ຂອງ ອາເມລິກາ; ໄດ້ພົບປະກັບເພື່ອນມິດ ອາເມລິກາ, ພະນັກງານຂອງຄະນະປະຕິບັດງານ ຫວຽດນາມ ປະຈຳ ສະຫະປະຊາຊາດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຢອກ.

       ກ່າວຄຳເຫັນຕໍ່ບັນດາການນຳຂອງ 193 ປະເທດເຂົ້າຮ່ວມວາລະປຶກສາຫາລືຂັ້ນສຸດຍອດດ້ວຍຫົວຂໍ້ວ່າ: “ເພື່ອໃຫ້ສະຫະປະຊາຊາດມີຄວາມຜູກພັນສະໜິດແໜ້ນກັບປະຊາຊົນທຸກຄົນກ່ວາ: ການນຳທົ່ວໂລກ ແລະ ຄວາມຮັບຜິດຊອບລວມເພື່ອບັນດາສັງຄົມສັນຕິພາບ, ຍຸຕິທຳ ແລະ ໝັ້ນຄົງ”, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍໃນເລື່ອງເຄົາລົບກົດບັດສະຫະປະຊາຊາດ, ບັນດາຫຼັກການພື້ນຖານຂອງກົດໝາຍສາກົນໃນການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ, ໃນນັ້ນມີເຂດທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະແດງຄວາມປາດຖະໜາຢາກໃຫ້ບັນດາປະເທດມະຫາອຳນາດ, ບັນດາປະເທດພັດທະນາ ມີການກະທຳແທດຈິງ, ເປັນແບບຢ່າງນຳໜ້າໃນການປົກປັກຮັກສາສັນຕິພາບ ແລະ ພັດທະນາ, ສະມັດຊາໃຫຍ່ສະຫະປະຊາຊາດຈົ່ງເປັນໃຈກາງ ເພື່ອໃຫ້ບັນດາປະເທດຊາດຕ່າງໆໄດ້ຮ່ວມມືເພື່ອສັນຕິພາບ, ຄວາມຍຸຕິທຳ ແລະ ພັດທະນາແບບຍືນຍົງ.

       ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈ 53 ປະເທດອາຊີ - ປາຊີຟິກ ທີ່ໄດ້ເຫັນດີເປັນເອກະພາບສະເໜີ ຫວຽດນາມ ເປັນປະເທດໜຶ່ງດຽວຂອງກຸ່ມລົງສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດອາຍຸການ 2020 – 2021 ແລະ ຂອບໃຈການສະໜັບສະໜູນຢ່າງກ້ວາງຂວາງຂອງປະເທດຕ່າງໆທີ່ສະຫງວນໃຫ້ ຫວຽດນາມ.

(​ແຫຼ່ງຄັດ​ຈາກ VOV)


ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top