• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາຜູ້ແທນລາວ

      ວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ໃຫ້ການຕ້ອນຮັບ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ ແລະ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານ ບໍວຽງຄຳ ວົງດາລາ
ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ
      ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ ບໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະຖາບັນວິທະຍາສາດແຫ່ງຊາດລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີ 2 ຝ່າຍ ສືບຕໍ່ສຸມໃສ່ຄົ້ນຄ້ວາບັນດາເຕັກໂນໂລຊີ ທີ່ມີຄວາມສາມາດນຳໃຊ້, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງລາວ ກໍຄືບັນດາການຄົ້ນຄ້ວາກ່ຽວກັບການຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດທີີ່ມີຕໍ່ຫວຽດນາມ ແລະ ລາວ.
    ສ່ວນໃນການຕ້ອນຮັບ ທ່ານ ພົນໂທ ສຸວອນ ຫຼວງບຸນມີ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຂອງ 2 ປະເທດໃນໄລຍະທີ່ຜ່ານມາ ພ້ອມທັງສະເໜີ 2 ຝ່າຍສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື ປະກອບສ່ວນເພີ່ມພຸນຄູນສ້າງນ້ຳໃຈມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງດີງາມໃນອະນາຄົດ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top