• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີລາວຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ 2 ປະເທດ

      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 28 ພະຈິກ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳຫວຽດນາມ ໂດຍທ່ານລັດຖະມົນຕີ ເລແທ່ງລອງ ນຳໜ້າ.

(ທ່ານນາຍົກລັດຖະມົນຕີລາວຕີລາຄາສູງປະສິດທິຜົນການຮ່ວມມືລະຫວ່າງກະຊວງຍຸຕິທຳຂອງ ປະເທດ)
      ທີ່ການພົບປະ, ທ່ານລັດຖະມົນຕີ ເລແທ່ງລອງ ເນັ້ນໜັກວ່າ, ກະຊວງຍຸຕິທຳຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍວຽກງານສ້າງສຳເລັດລະບົບກົດໝາຍຂອງລາວ ແລະ ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຄວາມສາມາດຂອງກະຊວງ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ເລແທ່ງລອງ ກໍ່ສະເໜີໃຫ້ລັດຖະບານລາວ ສືບຕໍ່ແກ້ໄຂບັນດາບັນຫາສັນຊາດໃຫ້ຊາວຫວຽດນາມ ອາໄສຢູ່ລາວ…
        ສ່ວນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ສະເໜີໃຫ້ກະຊວງຍຸຕິທຳຫວຽດນາມ ເພີ່ມທະວີການແບ່ງປັນບົດຮຽນ ແລະ ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຍົກສູງກຳລັງຄວາມສາມາດໃຫ້ບັນດາພະນັກງານ ແລະ ພາລະກອນທີ່ເຮັດວຽກໃນບັນດາຂົງເຂດກ່ຽວຂ້ອງເຖິງວຽກງານຕຸລາການ.
        ແລະກໍ່ໃນວັນດຽວກັນຢູ່ນະຄອນຫຼວງວຽງຈັນ, ກະຊວງຍຸຕິທຳຫວຽດນາມ ແລະ ລາວ ໄດ້ຈັດພີທີສະເຫຼີມສະຫຼອງ 35 ປີແຫ່ງການຮ່ວມມືດ້ານຕຸລາການຫວຽດນາມ - ລາວ; ລາວ - ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ຫວຽດ​ນາມ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິບັດລາວ, ປະທານປະເທດແຫ່ງ ສປປ. ລາວ ພ້ອມດ້ວຍພັນລະຍາ ຈະເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ລະຫວ່າງວັນທີ 26 - 27 ມັງກອນ.

Top