• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີລາວຕີລາຄາສູງການໜູນຊ່ວຍແລະຊ່ວຍເຫຼືອຂອງ VOV

      ຕອນເຊົ້າວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິທະຍຸກະຈາຍສຽງຫວຽດນາມ (VOV), ໂດຍທ່ານ ຫງວຽນເທ໋ກີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV, ເປັນຫົວໜ້າຄະນະ.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV
(ພາບ: Vietnam+)
      ທີ່ການຕ້ອນຮັບ, ທ່ານ ຫງວຽນເທ໋ກີ ໃຫ້ຮູ້ວ່າ: ປີ 2018 ແມ່ນປີທ່ອງທ່ຽວຂອງລາວ, VOV ຈະນຳໃຊ້ບັນດາຊ່ອງສື່ສານຂອງ VOV ເພື່ອຊ່ວຍໂຄສະນາຄວາມງາມກ່ຽວກັບປະເທດຊາດ, ຊາວລາວ, ກໍຄືບັນດາຮີດຄອງປະເພນີອັນດີງາມຂອງປະຊາຊົນລາວ. ໃນໄລຍະຈະມາເຖິງ, VOV ຈະຊ່ວຍບຳລຸງສ້າງພະນັກງານ, ນັກຂ່າວ, ນັກເຕັກນິກ ແລະ ພະນັກງານໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ພ້ອມທັງຊ່ວຍຍົກລະດັບເຄື່ອງອຸປະກອນກະຈາຍສຽງ, ເຄື່ອງສົ່ງສັນຍານກະຈາຍສຽງ ແລະ ໂທລະພາບໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ.
        ສ່ວນທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຖືວ່າ, ວິທະຍຸກະຈາຍສຽງແຫ່ງຊາດ 2 ປະເທດ ຄວນສືບຕໍ່ເພີ່ມທະວີການຮ່ວມມື, ພ້ອມກັນຄົ້ນຄວ້າເພື່ອຜະລິດອອກບັນດາລາຍການມ່ວນ, ດູດດື່ມ ເພື່ອແນໃສ່ດຶງດູດຜູ້ຟັງ, ເຮັດແນວໃດຄຽງຂ້າງໂທລະພາບ ແລະ ບັນດາສື່ສັງຄົມອອນລາຍ, ລາຍການກະຈາຍສຽງຍັງຄົງແມ່ນຄວາມຕ້ອງການທີ່ຂາດບໍ່ໄດ້ຂອງປະຊາຊົນ 2 ປະເທດ.

(ທ່ານ ຫງວຽນເທ໋ກີ ໃຫ້ຮູ້ວ່າ, ຈະສະຫງວນການຊ່ວຍເຫຼືອສຳລັບວິທະຍຸກະຈາຍສຽງແຫ່ງຊາດລາວ)
      ກ່ອນໜ້ານັ້ນ, ວັນທີ 20 ພະຈິກ, ຄະນະຜູ້ແທນ VOV ໄດ້ມີການເຈລະຈາກັບຄະນະຜູ້ແທນວິທະຍຸກະຈາຍສຽງແຫ່ງຊາດລາວ. ນະທີ່ນີ້, ທ່ານ ຫງວຽນເທ໋ກີ ໃຫ້ຮູ້ວ່າ, ຈະສະຫງວນການຊ່ວຍເຫຼືອສຳລັບວິທະຍຸກະຈາຍສຽງແຫ່ງຊາດລາວ ທາງດ້ານບຳລຸງສ້າງຊັບພະຍາກອນ, ມະນຸດ ພ້ອມທັງຈັດສົ່ງບັນດາຄະນະນັກຂ່າວຂອງ VOV ໄປຂຽນບົດ, ໂຄສະນາກ່ຽວກັບພາບພົດຂອງລາວ; ເຫັນດີສືບຕໍ່ປະຕິບັດບັນດາໂຄງການຍົກລະດັບເຄື່ອງອຸປະກອນກະຈາຍສຽງ, ເຄື່ອງສົ່ງສັນຍານກະຈາຍສຽງ, ໂທລະພາບຢູ່ບາງແຂວງຂອງລາວ.
        ໃນໄລຍະຢູ່ຢ້ຽມຢາມລາວ, ທ່ານ ຫງວຽນເທ໋ກີ ແລະ ຄະນະຜູ້ແທນ VOV ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມລາວ ກິແກ້ວ ໄຂຄຳພິທູນ; ຢ້ຽມຢາມສະຖານທູດຫວຽດນາມ ປະຈຳລາວ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

ທ່ານເລຂາທິການໃຫຍ່ ໂຕເລິມ: ການຫັນເປັນດີຈີຕອນແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ແລະ ຕາແສງໃນຮູບແບບໃໝ່

"ການຫັນເປັນດີຈີຕອນແມ່ນລະບົບເສັ້ນປະສາດສູນກາງ, ແມ່ນຂົວຕໍ່ເປັນຕາຍລະຫວ່າງແຂວງ ກັບ ຕາແສງ ໃນຮູບແບບການເຄື່ອນໄຫວໃໝ່..."

Top