• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບການນຳພັກ ຈຳນວນໜຶ່ງ ແລະ ວິສາຫະກິດຍີ່ປຸ່ນຈຳນວນໜຶ່ງ

      ໃນຂອບເຂດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ ແລະ ເຂົ້າຣ່ວມກອງປະຊຸມອະນາຄົດອາຊຽນ ຄັ້ງທີ 23, ຕອນບ່າຍວັນທີ 06 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານປະທານພັກກອມມູນິດ Kazuo Ishii, ທ່ານປະທານພັກ NKP Natsuo Yamaguchi ແລະ ທ່ານປະທານພັກມິນຊິນໂຕຂອງຍີ່ປຸ່ນ Murata Renho.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູກ ພົບປະກັບປະທານ NKP
      ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແຈ້ງໃຫ້ບັນດາການນຳພັກຊາບ ກ່ຽວກັບບັນດາວິວັດທະນາການມໍ່ໆມານີ້ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ແລະ ປາຖະໜາວ່າບັນດາພັກນີ້ຈະສືບຕໍ່ຊ່ວຍໜູນໃຫ້ລັດຖະບານຍີ່ປຸ່ນຊຸກຍູ້ການພົວພັນກັບຫວຽດນາມ.
      ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກໍ່ໄດ້ຕ້ອນຮັບ ທ່ານປະທານອົງການຮ່ວມມືສາກົນຍີ່ປຸ່ນ (JICA) Shinichi Kitaoka, ທ່ານປະທານ ພັນທະພາບ ສ.ສ.ຊ Mekong ຍີ່ປຸ່ນ Ryu Shionoya ແລະ ທ່ານປະທານກຸ່ມບໍລິສັດ Canon Mitarrai Fijio. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ຕ້ອນຮັບ ຜູ້ວ່າການແຂວງ Kanagawa Yuji Kuroiwa ແລະ ຜູ້ວ່າການແຂວງ Aichi Hideaki Omura.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top