ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢ້ຽມຢາມລາຊະອານາຈັກກຳປູເຈຍ ແລະ ສປປ ລາວ ຢ່າງເປັນທາງການ
ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ
(ພາບປະກອບ)
ໂດຍຮັບຄຳເຊີນ ຂອງ ທ່ານ Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ແລະ ທ່ານ ທອງລູນ ສີສຸລິດ ນາຍົກລັດຖະມົນຕີ ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ພັນລະຍາ ຢ້ຽມຢາມລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 24 – 25/4 ແລະ ສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ ແຕ່ວັນທີ 26 – 27/4. ນີ້ແມ່ນການຢ້ຽມຢາມກຳປູເຈຍ ແລະ ລາວ ເປັນທາງການຄັ້ງທຳອິດຂອງ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟູ໋ກ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ, ທັງແມ່ນ ການເຄື່ອນໄຫວທາງການທູດສຳຄັນ ເພື່ອ ຂ່ຳນັບຮັບຕ້ອນ ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2017 ແລະ ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.
ຄາດຄະເນວ່າ, ໃນສອງວັນຢ້ຽມຢາມກຳປູເຈຍ ຢ່າງເປັນທາງການ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຈະພົບປະເຈລະຈາກັບ ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ; ພົບປະກັບ ພະບາດສົມເສດພະເຈົ້າມະຫາຊີວິດ Noradom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ; ພົບປະເຈລະຈາກັບ ທ່ານ SamdechSay Chhum ປະ ທານ ສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ແລະ ມີການເຄື່ອນໄຫວອື່ນອິກຈຳນວນໜື່ງ.
ຫຼັງພາກຂ່າວ, ເຊີນທ່ານຮັບຟັງບົດ “ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ”
(ແຫຼ່ງຄັດຈາກ VOV)