• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງການເງິນ ຫວຽດນາມ

ທ່ານ​ນາຍົກລັດຖະມົນຕີ ສປປ ລາວ​ ທອງ​ລຸນ ສີ​ສຸ​ລິດ ​ຕ້ອນຮັບ​
ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ
      ຕອນ​ບ່າຍ​ວັນ​ທີ 30/03, ທ່ານ​ນາຍົກລັດຖະມົນຕີ ສປປ ລາວ​ ທອງ​ລຸນ ສີ​ສຸ​ລິດ ​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງການ​ເງິນ ຫວຽດນາມ ​ໂດຍ​ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ ນຳ​ໜ້າ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແໜ້ນ​ແຟ້ນລະຫວ່າງ 2 ກະຊວງ​ການ​ເງິນ ຫວຽດນາມ ​ແລະ ລາວ ​ໃນ​ຊຸມ​ປີຜ່ານມາ; ຢືນຢັນ​ວ່າ ບັນດາ​ບົດຮຽນ​ເຊິ່ງຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ການ​ເງິນ ຫວຽດນາມ ​ແບ່ງປັນ​ໃນ​ຕະຫລອດ​ການ​ຢ້ຽມຢາມ ​ແມ່ນ​ລ້ຳຄ່າ​ທີ່​ສຸດ ​ເພື່ອ​​ໃຫ້ ລາວ ຮ່ຳຮຽນ, ນຳ​ເຂົ້າ​​ໝູນ​ໃຊ້​ຕາມ​ພຶດຕິ​ກຳ​ຕົວ​ຈິງ​ຂອງ ລາວ. ທ່ານ​ນາຍົກລັດຖະມົນຕີ ລາວ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ການ​ເງິນ 2 ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ​ແບ່ງປັນ​ບົດຮຽນ​ໃນ​ຂົງ​ເຂດ​ການ​ເງິນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ 2 ປະ​ເທດ​.
        ສ່ວນ​ທ່ານລັດຖະມົນຕີ ດິງຕ໋ຽນຢຸງ ຢືນຢັນ​ວ່າ: ພາຍຫລັງ 25 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ຂອງຄັງ​ເງິນ​ແຫ່ງ​ລັດ, ກົມ​ໃຫຍ່​ສ່ວຍ​ສາ​ອາ​ກອນ, ກົມ​ໃຫຍ່​ພາສີຕາມ​ຮູບ​ແບບຂະ​ແໜງ​ສາຍ​ຕັ້ງ, ຫວຽດນາມ ຮັບ​ຮູ້​ວ່າ ນີ້​ແມ່ນ​ບາດກ້າວ​ຫັນປ່ຽນ​​ສຳ​ເລັດ​ຜົນ, ປະກອບສ່ວນ​ສຳຄັນ​ເຂົ້າ​ວຽກ​ງານ​ສຳ​ເລັດ​ໜ້າ​ທີ່​ການ​ເງິນ​ງົບປະມານ​ຂອງ​ຂະ​ແໜງ​ການ​ເງິນ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ​ຢ່າງ​ມີ​ໄຊ. ​ເພາະສະ​ນັ້ນ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບັນດາ​ບົດຮຽນ​ທີ່​ຖອດ​ຖອນ​ມາໄດ້, ພ້ອມ​ທັງ​ຈະ​ໜູນ​ຊ່ວຍ ​ເພື່ອ​ໃຫ້ກະຊວງ​ການ​ເງິນ ລາວ ສ້າງ​ລະບົບ​ຄັງ​ເງິນ, ອາກອນ, ພາສີ​ຕາມ​ຮູບ​ແບບຂະ​ແໜງ​ສາຍຕັ້ງໃນ​ທົ່ວ​ປະ​ເທດ​ສຳ​ເລັດ​ຜົນ.
        ​ແລະ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ນະຄອນຫລວງ ວຽງ​ຈັນ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ ດິງຕ໋ຽນຢຸງ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ລາວ ສົມ​ດີ ດວງ​ດີ ​ເປັນ​ປະທານ​ກອງ​ປະຊຸ​ມຄັ້ງ​ທີ 13 ຂອງ​ຄະນະ​ຊີ້​ນຳ​ໂຄງການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ເງິນ ຫວຽດນາມ ​ແລະ ກະຊວງ​ການ​ເງິນ ລາວ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top