• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມເມືອງຈ່າຫຼີງ, ແຂວງກາວບັ່ງ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຮັດວຽກ​ຢູ່​ເມືອງ ຈ່າຫຼີງ
 
      ຕອນ​ບ່າຍ​ວັນ​ທີ 8/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ​ ໄດ້​ໄປ​ຢ້ຽມ​ຢາມ​ເມືອງ​ພູ​ດອຍ ຈ່າຫຼ​ີງ, ແຂວງ ​ກາວ​ບັ່ງ ແລະ ກວດກ​າ​ດ່ານ​ຊາຍ​ແດນ​ແຫ່ງ​ຊາດ ຈ່າ​ຫລີງ (ຫວຽດ​ນາມ) - ​ຫລູງ​ບາງ (ນະ​ຄອນ ຈິງ​ສີ, ກວາງ​ສີ, ປະ​ເທດ​ຈີນ). ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ ໜ້າ​ທີ່​ຈຸດສຸມ​ຂອງ​ທ້ອງ​ຖິ່​ນ​ແມ່ນ​​ໄຈ້​ແຍກ​ສາຍ​ເຫດ, ມີ​ມາດ​ຕະ​ການ​ລະ​ອຽດເພື່ອ​ແກ້​ໄຂ​ອັດ​ຕາ​ຜູ້​ທຸກ​ຍາກ​ອຶດ​ຫິວ​​​ທີ່ຍັງ​ຢ​ູ່​ໃນ​ລະ​ດັບ​ສູງໃນບໍ​ລິ​ເວນ​ເມືອງ​. ຕາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລ້ວ, ການພັດ​ທະ​ນາ​​ດ້ານການ​ຄ້າ​ ການ​ບໍ​ລິ​ການ​ແມ່ນ​ທິດ​ທາງ​ຖືກ​ຕ້ອງ​ຂອງ ກາວ​ບັ່ງ ເວົ້າ​ລວມ ແລະ ຈ​່າຫຼ​ີງ ເວົ້າ​ສະ​ເພາະ. ກໍ່​ສ້​້າງ​ດ່ານ​ຊາຍ​ແດນ ຈ່າຫຼີງ ໃຫ້​ກາຍ​ເປັນ​ດ່ານ​ຊາຍ​ແດນ​ສາ​ກົນ​ແມ່ນ​ທິດ​ທາງ​ສຳ​ຄັນ​ແຕ່​ຄວນ​ດຳ​ເນີນ​ກັບ​ການ​ສ້າງ​ຕັ້ງ​ບັນ​ດາ​ໝວດ​ສິນ​ຄ້າ​ເຊິ່ງ​ແມ່ນ​ທ່າ​ແຮງ​ໃນ​ການ​ສົ່ງ​ອອກ​ຢ່າງ​ຄົບ​ຊຸດ ເພື່ອ​ດຶ​ງ​ດູດ​ການ​ແລກ​ປ່ຽນ​ຄ້າ​ຂາຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຕັກ​ເຕືອນ​ວ່າ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​​ຈົ່ງຮັກ​ສ​າ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ຄວາມ​ສະ​ຫງົບ​ປອດ​ໄພ​​ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ຢູ່​ເຂດ​ຊາຍ​ແດ​ນ​ເປັນ​ຢ່າງ​ດີ.
        ເມື່ອມອບ​ຂອງ​ຂວັນ 100 ພູດ​ໃຫ້​ບັນ​ດາ​ຄອບ​ຄົວ​ທ​ຸກ​ຍາກ​ຢູ່​ເມືອງ​ຈ່າຫຼີງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຮຽກ​ຮ້ອງ​ໃຫ້​ແຂວງ ກາວ​ບັ່ງ ແລະ ເມືອງ ຈ່າຫຼ​ີງ ຈັດ​ຕັ້ງ​ໃຫ້​ປະ​ຊາ​ຊົນ​ໄດ້​ຕ້ອ​ນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ຣະ​ກາ ດ້ວຍ​ຄວາມ​ປອດ​ໄພ, ເບີກ​ບານ​ມ່ວນ​ຊື່ນ.
        ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ກໍ່​ໄດ້​ຢື້​ຢາມ​ຖາມ​ຂ່າວ ແລະ ມອບ​ຂອງ​ຂວັນ​ໃຫ້​ພະ​ນັກ​ງານ, ນັ​ກ​ຮົບ​ປ້ອມ​ກວດ​ກາ​ຊາຍ​ແດນ ດ່ານ​ຊາຍ​ແດນ ຈ່າຫຼີງ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top