• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຕ້ອນຮັບປະທານກຸ່ມບໍລິສັດ DP World, ສະຫະລັດອາຣັບເອມມີເລັດ


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟູ໋ກ
ຕ້ອນ​ຮັບປະ​ທານ​ກຸ່ມບໍ​ລິ​ສັດ DP World
(ພາບ: TTXVN)
      ທີ່​ການ​ຕອນ​ຮັບທ່ານ Suktan Ahmad Bin Sulayem, ປະ​ທານ​ກຸ່ມບໍ​ລິ​ສັດ DP World, ສະ​ຫະ​ລັດ​ອາ​ຣັບ​ເອມ​ມີ​ເລັດ ໃນ​ຕອນ​ບ່າຍ​ວັນ​ທີ 14/12, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟູ໋ກ ຢືນ​ຢັ​ນ​ວ່າ ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ລົງ​ທຶນເຂົ້າ​ຫວຽດ​ນາມ ແມ່ນພາກ​ສ່ວນ​ສຳ​ຄັນ ຂອງ ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟູ໋ກ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ​ຫວຽດ​ນາ​ມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສ້າງ​ທຸກ​ເງື່ອນ​ໄຂ​​ສະ​ດວກ ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເວົ້າ​ລວມ ແລະ ກຸ່ບໍ​ລິ​ສັດ DP World ເວົ້າ​ສະ​ເພາະ ເມື່ອ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ; ພ້ອມ​ທັງ​ສ້າງ​ສະ​ພາບ​ແວດ​ລ້ອມ​ແກ່ງ​ແຍ້ງ​ຢ່າງ​ປອດ​ໃສ, ສະ​ເໝີ​ພາບ, ​ຍຸ​ຕິ​ທຳໃຫ້​ບັນ​ດາ​​ວິ​ສາ​ຫະ​ກິດ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີໃຫ້​ຮູ້​ວ່າ ພຶ້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ມີ​ຂອບ​ເຂ​ດ​ທີ່​ກວ້າງ​ໃຫຍ່ ແລະ ນັບ​ມື້​ນັບເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງເ​ລິກ​ເຊີ່ງ​ກ້​ວາງ​ຂວາງ, ຜ່ານ​ນັ້ນ, ​ຈະ​ພັດ​ທະ​ນາ​ແຮງ​ກ່ຽວ​ກັບ​ດ້ານການ​ຄ້າ​ສາ​ກົນ, ​ເພີ່ມປະ​ລິ​ມານ​ສິນ​ຄ້າຂາ​ເຂົ້າ​ຂາ​ອອກ​ຫຼາຍກວ່າ​ອີກ, ນີ້​ແມ່ນປັດ​ໃຈ​​ເປັນ​ຕາຍສຳ​ລັບ​ການ​ພັດ​ທະ​ນາ​ບັນ​ດາທ່າ​ກ່ຳ​ປັ່ນ​ຕາ​ເວັນ, ​ຊຶ່ງ​ແມ່ນຂົງ​ເຂດ​ທີ່ DP World ພວມ​ເຂົ້າ​ຮ່ວມ​ລົງ​ທຶນ​ຢູ່​ຫວຽດ​ນາມ.
      ສ່ວນ ທ່ານ Suktan Ahmad Bin Sulayem ປະ​ທານ​​ກຸ່ມ​ບໍ​ລິ​ສັດທ່າ​ກ່ຳ​ປັ່ນ​​ສາ​ກົນ DP World ​ໃຫ້​ຮູ້ວ່າ ​ກຸ່ມ​ບໍ​ລິ​ສັດ​ມີ​ຄວາມເຊື່ອ​ໝັ້ນ​ທີ່​ສຸດ​ຕໍ່ແງ່​ຫວັງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ, ປາດ​ຖະ​ໜາ​ວ່າ ລັດ​ຖະ​ບານ​ຫວຽດ​ນາມ ຈະ​ແກ້​ໄຂ​ບັນ​ດາຂໍ້​ຕິດ​ຂັດ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂສະ​ດວກໃຫ້​ໂຄງ​ການ​ລົງ​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດ.
(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top