• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມສະຫຼຸບວຽກງານປະຕິຮູບດ້ານການບໍລິຫານແຫ່ງລັດ 2011-2015


ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ
​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ແຫ່ງ​ລັດ


      ຕອນ​ເຊົ້າ​ວັນ​ທີ 17/08 ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2011 – 2015 ​ແລະ ທິດ​ທາງ, ໜ້າ​ທີ່​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2016 – 2020. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ, ​ ຮັບ​ໃຊ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ. ທ່ານຊີ້​ແຈ້ງ​ວ່າ ລັດຖະບານ​ພວມ​ຕັດສິນ​ສ້າງ​ລັດຖະບານ​ໂດຍ​ກໍ່​ການ​ປັບປຸງ, ມີ​ຄວາມຊື່ສັດ​ບໍລິ​ສຸດ ​ແລະ ມີ​ການ​ກະທຳ​ຢ່າງ​ຂ້ຽວຂາດ ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ພັດທະນາ​ປະ​ເທດ​ຊາດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໃຫ້​ຮູ້​ວ່າ: ລັດຖະບານ​ຢາກ​ຮັບ​ຟັງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ກອງ​ປະຊຸມນຳ​ສະ​ເໜີ​ວິທີ​ການ​ແກ້​ໄຂ ​ເພື່ອ​ປະຕິບັດ​ພາລະກິດ​ປະຕິ​ຮູບດ້ານ​ການ​ບໍລິຫານ​ໃຫ້ປະສົບ​ກັບ​ຜົນສຳ​ເລັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ພະນັກ​ງານ, ລັດຖະກອນ​ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຂັ້ນ​ທ້ອງຖິ່ນ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ວຽກ​ງານ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ເນັ້ນ​ໜັກ​ວ່າ : 
  “ ຂ້າ​ພະ​ເຈົ້າ​ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ​ເຄື່ອນ​ໄຫວ​ເພື່ອຮັບ​ໃຊ້, ບໍ່​ແມ່ນ​ລັດ​ຖະ​ບານ​ເຄື່ອນ​ໄຫວ​ເພື່ອ​ສະ​ແຫວງ​ຫາຜົນ​ປະ​ໂຫຍດໃຫ້​ຕົນ​ເອງ. ຕ້ອງ​ສືບ​ຕໍ່​ປະ​ຕິ​ຮູບ​ດ້ານ​ການ​ເງິນ​ສາ​ທາ​ລະ​ນະ​ຢ່າງ​ແຂງ​ແຮງ, ເຮັດ​ແນວ​ເພື່ອ​ນຳ​ໃຊ້​ເງິນ​ເສຍ​ອາ​ກອນ​ຂອງ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ຊາ​ຊົນ ແລະ ຂອງ​ສັງ​ຄົມ​ ”
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top