• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍທະຫານ ຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ຊູດັງໃຕ້ ຕື່ມອີກ 1 ຄົນ

ມອບໃບຕົກລົງຂອງປະທານປະເທດໃຫ້ພັນຕີ ຫງວຽນກິມຕີ໊ງ, ພະນັກງານກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

ພັນຕີ ຫງວຽນກິມຕີ໊ງ (ພາບ: TTXVN )

ຕອນບ່າຍວັນທີ 13 ກຸມພາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າໜ່ວຍງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ, ໄດ້ມອບໃບຕົກລົງຂອງປະທານປະເທດໃຫ້ພັນຕີ ຫງວຽນກິມຕີ໊ງ, ພະນັກງານກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

        ພັນຕີ ຫງວຽນກິມຕີ໊ງ ໄດ້ບຳລຸງສ້າງວິຊາການບັນຊາ ແລະ ເສນາທິການຢູ່ວິທະຍາຄານທະຫານບົກທີ 1, ປະລິນຍາໂທກ່ຽວກັບການສືບສວນຕ້ານອາດຊະຍາກຳຢູ່ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຮ່ວມການຝຶກຊ້ອມວິຊາການນາຍທະການເສນາທິການ, ນັກສັງເກດການທະຫານຢູ່ ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃໝ່

ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ມີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃໝ່

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນໃໝ່ ເນັ້ນ​ໜັກ​ວ່າ “ປະ​ເທດ ​ອັງ​ກິດ ​ຕ້ອງ​ສະ​ແດງ​ໃຫ້​ໂລກ​ເຫັນ​ວ່າ ​ອີກ​ຄັ້ງ​ໜຶ່ງ, ​ອົງ​ກິດ ​ສາ​ມາດ​ຍາດ​ໄດ້​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ປະ​ເທດ​ຕົນຄືນອີກ”.

Top