ຂ່າວສານ

ນາຍທະຫານ ຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ ຊູດັງໃຕ້ ຕື່ມອີກ 1 ຄົນ

ມອບໃບຕົກລົງຂອງປະທານປະເທດໃຫ້ພັນຕີ ຫງວຽນກິມຕີ໊ງ, ພະນັກງານກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

ພັນຕີ ຫງວຽນກິມຕີ໊ງ (ພາບ: TTXVN )

ຕອນບ່າຍວັນທີ 13 ກຸມພາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າໜ່ວຍງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ, ໄດ້ມອບໃບຕົກລົງຂອງປະທານປະເທດໃຫ້ພັນຕີ ຫງວຽນກິມຕີ໊ງ, ພະນັກງານກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້.

        ພັນຕີ ຫງວຽນກິມຕີ໊ງ ໄດ້ບຳລຸງສ້າງວິຊາການບັນຊາ ແລະ ເສນາທິການຢູ່ວິທະຍາຄານທະຫານບົກທີ 1, ປະລິນຍາໂທກ່ຽວກັບການສືບສວນຕ້ານອາດຊະຍາກຳຢູ່ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຮ່ວມການຝຶກຊ້ອມວິຊາການນາຍທະການເສນາທິການ, ນັກສັງເກດການທະຫານຢູ່ ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)


top