• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກທ່ອງທ່ຽວຈຳນວນຫຼວງຫຼາຍມາຢ້ຽມຢາມບັນດາແຂວງ, ນະຄອນຂອງຫວຽດນາມ ເນືອງໃນໂອກາດຕົ້ນປີໃໝ່


(ພາບປະກອບ)
       ໃນໂອ​ກາດ​ພັກ​ບຸນ​ປີ​ໃໝ່​ສາ​ກົນ​ແຕ່​ວັນ​ທີ 31/12/2016 ເຖິງວັນ​ທີ 2/1, ນັກ​ທ່ອງ​ທ່ຽວ​ມາຮ່າ​ໂນ້ຍ​ຄາດ​ຄະ​ເນ​ບັນ​ລຸກວ່າ 200 000 ເທື່ອ​ຄົນ, ເພີ່ມຂຶ້ນ 15% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ບັນ​ລຸກວ່າ 50 000 ເທື່ອ​ຄົນ. ຍອດ​ຈຳ​ນວນ​​ລາຍ​ຮັບ​ຈາກ​ນັກ​ທ່ອງທ່ຽວເພີ່ມຂຶ້ນ 16%  ເມື່ອ​ທຽບ​ໃສ່ ປີ 2016. ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ພັກ​ບຸນ​ປີ​ໃໝ່​ສາ​ກົນໃຫ້​ດີ, ພະ​ແນກ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ໄດ້ຊີ້ນຳບັນ​ດາ​ຫົວ​ໜ່ວຍ, ວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ, ເອ​ກະ​ຊົນ​ດຳ​ເນີນ​ທຸ​ລະ​ກິດ​ທ່ອງ​ທ່ຽວ​ໃນ​ບໍ​ລິ​ເວນ​ນະ​ຄອນ​ຍົກ​ສູງ​ຄຸນ​ນະ​ພາບການ​ບໍ​ລິ​ການ, ຮັບ​ປະ​ກັນ​​ຄວາມ​ສະຫງົບປອດ​ໄພຢູ່​ບັນ​ດາ​ເອ​ກະ​ສັນ​ທີ່​ພັກ​ເຊົ່າ​ຂອງ​ນັກ​ທ່ອງ​ທ່ຽວ ແລະ ຜັດ​ຕະ​ຄານ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ຢູ່​ຫວູງ​ເຕົ່າ, ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​ນະ​ຄອນ​ຫວູງ​ເຕົ່າ, ໃນ 3 ວັນ​ພັກ​ບຸນ​ປີ​ໃໝ່​ສາ​ກົນ 2017, ຈຳ​ນວ​ນ​ນັກ​ທ່ອງ​ທ່ຽວ​ມາ​ນະ​ຄອນ​ບັນ​ລຸ​ປະ​ມານ 90000 ເທື່ອ​ຄົນ.         
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top