• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກທຸລະກິດຍິງແມ່ນກຳລັງນຳໜ້າໃນພື້ນຖານເສດຖະກິດດີຈີຕອນ

      ຕອບບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຫຼື VCCI ໄດ້ຈັດເວທີປາໄສ “ ນັກທຸລະກິດຍິງໃນພື້ນຖານເສດຖະກິດດີຈີຕອນ” 

ທ່ານ ວູ້ຕ້ຽນໂລກ ປະທານ VCCI 
      ຕອບບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຫຼື VCCI ໄດ້ຈັດເວທີປາໄສ “ ນັກທຸລະກິດຍິງໃນພື້ນຖານເສດຖະກິດດີຈີຕອນ” ເພື່ອແນໃສ່ສ້າງໂອກາດໃຫ້ແກ່ບັນດານັກທຸລະກິດຍິ່ງໄດ້ອັບເດດຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງວິສາຫະກິດໃນພື້ນຖານເສດຖະກິດດີຈີຕອນ. ທ່ານ ວູ້ຕ້ຽນໂລກ ປະທານ VCCI ຖືວ່າ ໃນສະພາວະການປະຕິວັດອຸດສາຫະກຳ 4.0 ກໍຮຽກຮ້ອງບັນດາ ນັກທຸລະກິດຍິງຄວນເປັນເຈົ້າການໃນການຖອດຖອນບົດຮຽນ, ຍົກສູງທັກສະເພື່ອສາມາດຕອບສະໜອງບັນດາການປ່ຽນແປງໃນທ້ອງຕະຫຼາດ ແລະ ຄວາມຕ້ອງການຂອງລູກຄ້າ. ທ່ານ ວູ້ຕ້ຽນໂລກ ປະທານ VCCI ກ່າວວ່າ : 
    “ ທະນາຄານໂລກກໍຢືນຢັນວ່າ ແມ່ຍິງກໍເປັນປັດໄຈສຳຄັນສຳລັບພື້ນຖານເສດຖະກິດໂລກ, ດັ່ງນັ້ນ ອາດຈະເວົ້າວ່າ ການປະຕິວັດອຸດສາຫະກຳ 4.0 ກໍແມ່ນ ການປະຕິວັດຂອງແມ່ຍິງ. ພ້ອມກັນນັ້ນ ແມ່ນການປະຕິວັດປັດປ່ອຍແມ່ຍິງ ແລະ ສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ. ຖ້າຫາກ 2 ການປະຕິວັດນີ້ ໄດ້ປະສານສົມທົບເຂົ້າກັນ ກໍສາມາດສ້າງການລະເບີດໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ. ຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດໃຫຍ່ສຳລັບແມ່ຍິງ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ  ”
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top