• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກຊ່ຽວຊານ ລັດເຊຍ: ຫວຽດນາມ ມີບັນດາຫຼັກຖານຢັ້ງຢືນອະທິປະໄຕຢູ່ທະເລຕາເວັນອອກ

      ຫວຽດນາມ ມີບັນດາຫຼັກຖານອັນຖືກຕ້ອງເພື່ອສາມາດອະທິປະໄຕຢູ່ທະເລຕາເວັນອອກ”. ນີ້ແມ່ນຄໍາຢືນຢັນຂອງນັກຊ່ຽວຊານລັດເຊຍ ທ່ານ Grigory Trofimchuk  ປະທານສະພານັກຊ່ຽວຊານໜູນຊ່ວຍຄົ້ນຄວ້າວິທະຍາສາດ ອາຊີ - ເອີຣົບ ພາຍຫຼັງການຢ້ຽມຢາມຫໍວາງສະແດງກ່ຽວກັບ ໝູ່ເກາະ ຮວ່່າງຊາ ຢູ່ນະຄອນດ່າໜັງ.
    ໃນບົດຂຽນທີ່ໄດ້ລົງທາງເວັບໄຊ  Realtribune ໃນວັນທີ 11 ຕຸລາ, ທ່ານ Trofimchuk ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມປະທັບໃຈຢ່າງແຮງຂອງທ່ານ ເມື່ອໄດ້ເຫັນປະຈັກຕາບັນດາວັດຖຸພັນປະຫວັດສາດ ທີ່ມີລັກສະນະເກ້ຍກ່ອມຂອງຫວຽດນາມ ກ່ຽວກັບ ອະທິປະໄຕສໍາລັບໝູ່ເກາະຮວ່າງຊາ ຢູ່ ທະເລຕາເວັນອອກ. ນັກຊ່ຽວຊານ ລັດເຊຍ ຖືວ່າ ບັນດາວັດຖຸພັນທີ່ໄດ້ວາງສະແດງຢູ່ນີ້ ແມ່ນບັນດາວັດຖຸເອກະສານປະຫວັດສາດຕົວຈິງ ອັນໄດ້ພິສູດຢ່າງຈະແຈ້ງ, ກ່ຽວກັບເກາະ, ໝູ່ເກາະ ທີ່ຂຶ້ນກັບກໍາມະສິດຂອງຫວຽດນາມ ນັບແຕ່ຫຼາຍສະຕະວັດຜ່ານມາ. ທ່ານເນັ້ນໜັກວ່າ: “ບັນດາເອກະສານໄດ້ເກັບມາຈາກຫຼາຍສະຕະວັດກ່ອນນັ້ນ ໄດ້ສະແດງໃຫ້ເຫັນລັກສະນະແທ້ຈິງ, ລວມທັງບັນດາເອກະສານ ທີ່ໄດ້ຈໍ້າກາແດງມີຕົວໜັງສືຫວຽດເດີມຕາມປະເພນີຂອງຝ່າຍຕາເວັກອອກ” ອີກດ້ວຍ. ໂດຍເປັນນັກຄົ້ນຄວ້າກ່ຽວກັບບັນດາການຂັດແຍ້ງທາງດ້ານຜືນແຜ່ນດິນ ແລະ ກ່ຽວກັບສະພາບຢູ່ທະເລຕາເວັນອອກ, ທ່ານ Trofimchuk ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດານັກຊ່ຽວຊານທີ່ຄົ້ນຄວ່າກ່ຽວກັບທະເລຕາເວັນອອກ ຢູ່ລັດເຊຍ ອາດຈະຈັດຕັ້ງກອງປະຊຸມວິທະຍາສາດ ຢູ່ທີ່ບໍລິເວນຂອງຫໍວາງສະແດງແຫ່ງນີ້.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top